ວາລະປະຊຸມຄັ້ງທີ 15 ຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງ

ວາລະປະຊຸມຄັ້ງທີ 15 ຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ເຂົ້າຮ່ວມ
ວາລະ​ປະຊຸມ​ຄັ້ງ​ທີ 15 ຂອງຄະນະ​ຊີ້​ນຳ​ການປະຕິ​ຮູບ​ຕຸລາການສູນ​ກາງ
(ພາບ: TTXVN)


(vovworld) - ທີ່​ວາລະ​ປະຊຸມ​ຄັ້ງ​ທີ 15 ຂອງຄະນະ​ຊີ້​ນຳ​ການປະຕິ​ຮູບ​ຕຸລາການ​ສູນ​ກາງ, ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 31/03, ຄະນະ​ຊີ້​ນຳ​ການປະຕິ​ຮູບຕຸລາການສູນ​ກາງ ​ໄດ້​ໃຫ້​ຄຳ​ເຫັນ​ໃສ່: ​ແຜນ​ຮ່າງ​​ປ່ຽນ​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ສານ​ປະຊາຊົນ​ສູງສຸດ, ສານ​ປະຊາຊົນ​ຂັ້ນ​ສູງ, ສານ​ປະຊາຊົນ​ຂັ້ນ​ແຂວງ, ສານ​ປະຊາຊົນ ຊັ້ນ​ຕົ້ນ​ເຂດ ​ແລະ ບາງ​ບັນຫາ​ສຳຄັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສານ​ປະຊາຊົນ (ສະບັບ​ປັບປຸງ) ຢ່າງ​ລະອຽດ. ບັນດາ​ສະມາຊິກ​ຄະນະ​ຊີ້​ນຳ​ກໍ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບແຜນ​ຮ່າງ​​ຈັດ​ຕັ້ງ​ໄອ​ຍະ​ການ​ປະຊາຊົນ​ທຸກ​ຂັ້ນ ​ແລະ ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ໄອ​ຍະ​ການ​ປະຊາຊົນ (ສະບັບ​ປັບ​ປຸງ); ​ແຜນ​ຮ່າງ “ປ່ຽນ​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຕຸລາການ​ໃນ​ກອງທັບ” ຢ່າງ​ລະອຽດ. ບັນດາ​ສະມາຊິກ​ຄະນະ​ຊີ້​ນຳ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ສຳຄັນ​ຂອງ​ບັນດາ​ແຜນ​ຮ່າງ ​ແລະ ຮ່າງ​ກົດໝາຍ​ດັ່ງກ່າວ.

        ສະຫຼຸບ​ວາ​ລະ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການປະຕິ​ຮູບ​ຕຸລາການ​ສູນ​ກາງ, ສະ​ເໜີ​ໃຫ້ບັນດາ​ອົງການກະກຽມບັນດາ​ແຜນ​ຮ່າງ, ຮ່າງ​ກົດໝາຍ, ຮັບ​ເອົາ​ຄຳ​ເຫັນ​ຈາກ​ສະມາຊິກ​ຄະນະ​ຊີ້​ນຳ, ​ເພີ່ມ​ເຕີມບັນດາ​ຂໍ້​ອ້າງ​ຢ່າງ​ມີ​ວິທະຍາສາດ ​ແລະ ພຶດຕິ​ກຳຕົວ​ຈິງ, ຍົກ​ລະດັບຮ່າງ​ກົດໝາຍ. ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ບັນດາ​ຮ່າງ​ກົດໝາຍ​ດັ່ງກ່າວ​ຄວນປັບປຸງ​ຕາມ​ທິດ​ເປີດ, ບັນດາ​ບັນຫາ​ໃຫຍ່​ຄວນ​ຍື່ນ​ສະ​ເໜີ​ 2 ​ແບບ​ວິທີ, ມີ​ຂໍ້​ອ້າງ​ຢ່າງມີ​ວິທະຍາສາດ ​ແລະ ລັກສະນະ​​ເກ້​ຍກ່ອມສຳລັບ​ແຕ່​ລະແຜນ​ຮ່າງ​ທີ່​ໄດ້​ຮັບການເລືອກ​ເຟັ້ນ. ບັນດາ​ຮ່າງ​ກົດໝາຍ​​ວ່າ​ດ້ວຍການຈັດ​ຕັ້ງ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ກົດໝາຍ​ວ່າ​ດ້ວຍ​ໄອ​ຍະ​ການ​ປະຊາຊົນ ຄວນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ ທີ່​ກອງ​ປະຊຸມ​ຄັ້ງ​ທີ 7 ​​ເຊິ່ງຈະຈັດ​ຂຶ້ນ​ໃນ​ເດືອນ 05/2014.

ຂ່າວ/ບົດ​ອື່ນ