ວາລະປະຊຸມຄົບຄະນະສະພາຊົນເຜົ່າຄັ້ງທີ 11
(ທ່ານປະທານສະພາຊົນເຜົ່າ ກຊໍ ເຟືອກ)
(vovworld) – ວັນທີ 15/05, ຢູ່ຮ່າໂນ້ຍ, ໄດ້ໄຂວາລະປະຊຸມຄົບຄະນະສະພາຊົນເຜົ່າ (ສະພາແຫ່ງຊາດ) ຄັ້ງທີ 11. ຄາດວ່າຈະຖືກດຳເນີນໄປຮອດວັນທີ 19/05, ວາລະປະຊຸມຈະປຶກສາຫາລືຫຼາຍບັນຫາສຳຄັນ ເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ທ່ານປະທານສະພາຊົນເຜົ່າ ກຊໍ ເຟືອກ ໃຫ້ຮູ້ວ່າ: ທີ່ວາລະປະຊຸມຄັ້ງນີ້, ສະພາຊົນເຜົ່າຈະປຶກສາຫາລືກ່ຽວກັບບົດລາຍງານສະພາບການປະຕິບັດນະໂຍບາຍຊົນເຜົ່າ ແລະ ໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ; ລາຍງານສະພາບເຄື່ອນໄຫວຂອງສະພາຊົນເຜົ່າແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຮອດເທື່ອທີ 9 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ 13. ສະພາຊົນເຜົ່າຈະປຶກສາຫາລື ແລະ ສົມທົບກັນກວດກາຮ່າງກົດໝາຍສຳຄັນຫຼາຍສະບັບ ທີ່ຈະຍື່ນສະເໜີ ແລະ ປຶດສາຫລືທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຄື: ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ), ຮ່າງກົດໝາຍອາຍາ (ສະບັບປັບປຸງ) ກົດໝາຍວ່າດ້ວຍລົງປະຊາມະຕິ.