ວາລະປະຊຸມທີ 27 ຂອງ ຄະນະປະຈຳສະພາ ແຫ່ງຊາດຊຸດທີ 13


ວາລະປະຊຸມທີ 27 ຂອງ ຄະນະປະຈຳສະພາ ແຫ່ງຊາດຊຸດທີ 13 - ảnh 1

ວາລະ​ປະຊຸມ​ຄັ້ງ 1 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ

(ພາບ: http://news.go.vn)

 (vovworld)- ວາລະ​ປະຊຸມ​ທີ 27 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 14/4 ຢູ່​ຮ່າ​ໂນ້ຍ ​ແລະ ຈະ​ດຳ​ເນີນ​ໃນ​ເວລາ 10 ວັນ (ຄື​ແຕ່​ວັນ​ທີ 14-24/4) ​ເພື່ອ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ສຳຄັນ​ໃນ​ວຽກ​ງານ​ສ້າງ​ກົດໝາຍ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ຊື່​ງຈະ​ຈັດ​ຂຶ້ນໃນ​ເດືອນ 5/2014 ຈະ​ມາ​ເຖິງ.

   ຄາດ​ວ່າ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ: ປະກາດ​ໃຊ້ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ຫຼັກສູດ, ປຶ້ມ​ຕຳລາ​ສຶກສາ​ສາມັນ ​ແລະ ​ແຜນຮ່າງປ່ຽນ​ໃໝ່​ຫຼັກສູດ, ປຶ້ມ​ຕຳລາ​ສຶກສາ​ສາມັນພາຍ​ຫລັງ​ປີ 2015; ຄາດ​ຄະ​ເນ​ລາຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດປີ 2015, ຄາດ​ຄະ​ເນ​ກ່ຽວ​ກັບ​ລາຍການ​ສ້າງ​ກົດ​ໝາຍ, ລັດຖະບັນຍັດ​ປີ 2015. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກໍ່​ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ມະຕິ​ກ່ຽວ​ກັບ​ການ​ລົງຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ ປຊຊ ​ເລືອກ​ຕັ້ງຫລື​ໃຫ້​ສັດຕະຍາບັນ. ກ່ຽວ​ກັບວຽກງານ​ສ້າງ​ກົດໝາຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຈະ​ປຶກສາ​ຫາລື​ບັນດາ​ຮ່າງ​ກົດໝາຍ​ສຳຄັນ​ຄື: ກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ການ​ຄຸ້ມ​ຄອງ​ທຶນ​ຂອງ​ລັດ​ລົງທຶນ​ຢູ່​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ໄພ​ສັງຄົມ (ສະບັບ​ປັບປຸງ)./.

ຂ່າວ/ບົດ​ອື່ນ