ທ່ານນາຍົກລັດຖະມົນຕີ Nguyen Tan Dung ເປັນປະທານ
ວາລະປະຊຸມປະຈຳເດືອນ 4/2012 ຂອງລັດຖະບານ
ພາບປະກອບ:internet
|
(vovword)- ໃນວັນທີ 3 ແລະ 4/5, ຢູ່ສຳນັກງານລັດຖະບານ ພາຍໃຕ້ການເປັນປະທານຂອງທ່ານ Nguyen Tan Dung ນາຍົກລັດຖະມົນຕີ ຫວຽດນາມ, ລັດຖະບານໄດ້ຈັດວາລະປະຊຸມປະຈຳເດືອນ 4/2012 ເພື່ອປຶກສາຫາລືກ່ຽວກັບສະພາບເສດຖະກິດ ສັງຄົມໃນເດືອນ 4 ແລະ 4 ເດືອນຕົ້ນປີ 2012, ປຶກສາຫາລືບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ຍູ້ແຮງການຜະລິດດຳເນິນທຸລະກິດ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ບັນດາສະມາຊິກໃນລັດຖະບານໄດ້ໃຫ້ຂໍ້ສັງເກດວ່າ: ສະພາບເສດຖະກິດໃນເດືອນ 4 ແລະ 4 ເດືອນຕົ້ນປີສືບຕໍ່ມີການຫັນປ່ຽນ, ບັນລຸບັນດາໝາກຜົນອັນຕັ້ງຫນ້າ, ພິເສດແມ່ນບັນດາມາດຕະການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ກ່ຽວກັບດ້ານເງິນຕາ, ສິນເຊື່ອ, ທະນາຄານແຫ່ງລັດໄດ້ປະຕິບັດຫລາຍມາດຕະການເພື່ອຫລຸດຜ່ອນອັດຕາດອກເບ້ຍເພດານ. ໃນຂົງເຂດສົ່ງອອກ ນຳເຂົ້າສິນຄ້າ, ວົງເງິນສົ່ງອອກນຳເຂົ້າໃນຊຸມເດືອນຕົ້ນປີ 2012 ສືບຕໍ່ບັນລຸການເຕີບໂຕສູງ, ຄາດວ່າໃນ 4 ເດືອນຕົ້ນປີ 2012 ບັນລຸກວ່າ 33 ຕຶ້ USD ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການຜະລິດອຸດສາຫະກຳໄດ້ມີການປັບປຸງຢ່າງເຫັນໄດ້ຊັດ. ການຜະລິດກະສິກຳປ່າໄມ້ ແລະ ສິນໃນນ້ຳສືບຕໍ່ພັດທະນາເປັນປົກກະຕິ. ການເຄື່ອນໄຫວທ່ອງທ່ຽວໃນຊຸມເດືອນຕົ້ນປີດຳເນີນໄປຢ່າງຟົດຟື້ນ.