ທ່ານ ພົນຕີ ເຟືອງມິງຮ່ວາ ແລະ ທ່ານ Ng Eng Hen ໃນການພົບປະຄັ້ງໜຶ່ງ
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ທ່ານ Ng Eng Hen, ລັດຖະມົນຕີປ້ອງກັນປະເທດ ສິງກະໂປ ຖືວ່າ: ມີພື້ນຖານຢ່າງໜັກແໜ້ນເພື່ອໃຫ້ ສະຫະສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຊ່ວຍແກ້ໄຂບັນດາຄວາມຂັດແຍ້ງກັນລະຫວ່າງບາງສະມາຊິກຂອງສະຫະສະມາຄົມ ແລະ ຈີນ ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ເສັ້ນທາງເດີນທະເລສຳຄັນໃນການເຄື່ອນໄຫວດ້ານການຄ້າສາກົນ. ເມື່ອຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນສະເຫຼີມສະຫຼອງບັນດາກຳລັງປະກອບອາວຸດ ສິງກະໂປ (1/7), ທ່ານ Ng Eng Hen ຢັ້ງຢືນວ່າ: ສຳລັບ ອາຊຽນ ແລະ ບັນດາປະເທດ ອື່ນໆ, ມີຄວາມຈິງທີ່ບໍ່ສາມາດປະຕິເສດໄດ້ນັ້ນແມ່ນທະເລຕາເວັນອອກເຊິ່ງເປັນເສັ້ນທາງເດີນທະເລສາກົນ. ທ່ານ Ng Eng Hen ກໍ່ໃສ່ໃຈວ່າ: ຖະແຫຼງງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ເຊິ່ງ ອາຊຽນ ແລະ ຈີນ ໄດ້ລົງນາມເມື່ອປີ 2002 ແມ່ນເອກະສານຊີ້ແຈ້ງກ່ຽວກັບວິທີສຳພັດບັນດາບັນຫາທະເລຕາເວັນອອກ, ໂດຍສະແດງໃຫ້ເຫັນວ່າ ອາຊຽນ ໄດ້ “ກຽມພ້ອມເຂົ້າຮ່ວມ”. ເມື່ອຕີລາຄາກ່ຽວກັບຄຳຕັດສິນໃນໄລຍະຈະມາເຖິງຂອງສານ (PCA) ຢູ່ ລາໄຮ ( ປະເທດໂຮນລັງ) ກ່ຽວກັບກໍລະນີ ຟີລິບປິນ ຟ້ອງຮ້ອງ ຈີນ ກ່ຽວກັບຄຳຮຽກສິດ “ເສັ້ນທາງ 9 ຕອນ” ຢູ່ທະເລຕາເວັນອອກ, ເຈົ້າໜ້າທີນີ້ຮັບຮູ້ວ່າຄຳຕັດສິນອາດຈະເພີ່ມທະວີບັນດາການກະທຳ ແລະ ປະຕິກິລິຍາ, ດັ່ງນັ້ນບັນດາປະເທດຕ້ອງມີຄວາມລະມັດລະວັງເປັນປະຈຳ.