ສິງກະໂປຮຽກຮ້ອງອາຊຽນແລະຈີນຮີບເຮັ່ງລົງນາມໃນ COC

ສິງກະໂປຮຽກຮ້ອງອາຊຽນແລະຈີນຮີບເຮັ່ງລົງນາມໃນ COC - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສິງກະ​ໂປ Ng Eng Hen
(ພາບ: herealsingapore.com)


​(vovworld) – ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ຜູ້​ບັນຊາ​ການ​ກອງທັບ​ເຮືອ ​ແລະ ຜູ້ນຳ​ໜ້າ​ກຳລັງ​ຕຳຫຼວດ​ທະ​ເລ ​ໃນ​ພາກ​ພື້ນ ​ແລະ ສາກົນ ​ເນື່ອງ​ໃນ​ໂອກາດ​ໄຂງານ​ວາງສະ​ແດງ ​ແລະ ກອງ​ປະຊຸມ​ສາກົນ​ທະ​ເລ​ຄັ້ງ​ທີ 10 (IMDEX Asia) ​ໃນວັນ​ທີ 19/05, ຢູ່​ສິງກະ​ໂປ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສິງກະ​ໂປ Ng Eng Hen ​ໄດ້​ຮຽກ​ຮ້ອງ​ອາ​ຊຽນ ​ແລະ ຈີນ “ຮີບ​ເຮ່ັງ” ລົງ​ນາມ​ໃນ​ປະມວນ​ຂໍ້​ກ​ຳນົດການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ຢູ່​ພາກ​ພື້ນ. ຕາ​ມທ່ານ Ng Eng Hen ​ແລ້ວ, ​ເລື່ອງ​ຈີນ ​ແລະ ບັນດາ​ຝ່າຍ​ຂັດ​ແຍ້​ງກັນ​ລົງ​ນາມ​ໃນ COC, ຂໍ້​ຕົກລົງ​ຫ້າມ​ນຳ​ໃຊ້​ກຳລັງ​ອາວຸດ​ກ່ອນ ​ແລະ ​ໃນ​ເວລາ​ເກີດ​ບັນດາ​ການ​ປະ​ທະ​ກັນຢູ່​ທະ​ເລ, ຈະ​ອະນຸຍາດ​ໃຫ້​ທຸກ​ຝ່າຍ​ແກ້​ໄຂ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິພາບ ບົນ​ອີງ​ໃສ່​ຂໍ້​ກຳນົດ ​ແລະ ຂອບ​ເຂດ​ກົດໝາຍ​​ເຊິ່ງ​ປະຊາ​ຄົມ​ໂລກຮັບ​ຮູ້. ທ່ານ Ng Eng Hen ຢືນຢັນ​ວ່າ, ​ເຖິງ​ວ່າ ສິ່ງ​ກະ​​ໂປ​ ບໍ່​ຢືນ​ຢູ່​​ເບື້ອງ​ໃດ​ໃນ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ກໍ່ຕາມ, ​ແຕ່​ປະ​ເທດ​ນີ້​ມີ​ຄວາມ​ວິຕົກ​ກັງ​ວົງ​ຈະ​ເກີດ​ການ​ປະ​ທະ​ກັນ ​ເມື່ອ​ຄວາມ​ເຄັ່ງ​ຕຶງພວມ​ນັບມື້​ນັບ​ເພີ່ມ​ຂຶ້ນ. ທ່ານ Ng Eng Hen ຢືນຢັນ​ວ່າ, ບັນດາ​ການ​ຂັດ​ແຍ້​ງອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ນອນ​ໃນ​ສິ່ງ​ທ້າ​ທາຍ​ບາງ​ຢ່າງມີ​ໄພ​ເຮັດ​ໃຫ້​ເສັ້ນທາງ​ການ​ຄ້າ​ບົນ​ທະ​ເລ​ຢູ່​ພາກ​ພື້ນ​ຖືກ​ຕັດ​ຕອນ, ບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ກະ​ໂປ ​ເທົ່າ​ນັ້ນ, ຫາກ​ຍັງສົ່ງ​ຜົນ​ສະທ້ອນ​ເຖິງ​ເສດຖະກິດທົ່ວ​ໂລກ​ອີກ​ດ້ວຍ. ສະ​ນັ້ນ, ທຸກ​ໆປະ​ເທດຕ້ອງ​ແບ່ງປັນ​ຄວາມ​​ສົນໃສ່​ລວ​ມ ​ໃນ​ການ​ຮັບປະກັນ​ເສັ້ນທາງ​ແລກປ່ຽນ​ການ​ຄ້າ​ບົນ​ທະ​ເລໃນ​ພາກ​ພື້ນ​ໄດ້​ເປີດປະຕູ ​ແລະ ປອດ​ໄພ.

ຂ່າວ/ບົດ​ອື່ນ