ສິງກາໂປແລະອາເມລິກາປຶກສາຫາລືກ່ຽວກັບອາຊຽນແລະTPP
ພາບປະກອບ
(vovworld) – ທ່ານນາຍົກລັດຖະມົນຕີສິງກາໂປ ຫຼີຊຽນຫຼົງ ແລະ ທ່ານລັດຖະມົນຕີການເງິນ ອາເມລິກາ Jacob J. Lew, ທີ່ພວມຢູ່ຢ້ຽມຢາມ ສິງກາໂປ, ວັນທີ 13/11, ໄດ້ແລກປ່ຽນທັດສະນະກ່ຽວກັບບັນດາຄວາມມານະພະຍາຍາມຂອງ ອາຊຽນ ເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດໃນວິວັດການເຈລະຈາສັນຍາຮ່ວມມືເຂດປາຊີຟິກ (TPP). ທີ່ການພົບປະ, 2 ຝ່າຍກໍ່ໄດ້ປຶກສາຫາລືບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍກ່ວາອີກ, ພິຈາລະນາກ່ຽວກັບຫຼາຍບັນຫາສາກົນ ແລະ ພາກພື້ນອື່ນຄືແງ່ຫວັງການເງິນ ແລະ ເສດຖະກິດທົ່ວໂລກ ແລະ ບັນດາການຜັນແປຫຼ້າສຸດຢູ່ພາກພື້ນ ອາຊີ.
ໃນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດເຖິງ ສິງກາໂປ ໃນຖານະເປັນລັດຖະມົນຕີການເງິນ ອາເມລິກາ, ທ່ານ Jacob J. Lew ກໍ່ໄດ້ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີການເງິນ ສິງກາໂປ Tharman Shanmugaratnam. ລັດຖະມົນຕີ 2 ທ່ານໄດ້ປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງການພົວພັນ 2 ຝ່າຍ, ພິເສດແມ່ນການຮ່ວມມືໃນຂົງເຂດພາສີອາກອນ, ແລກປ່ຽນຄຳເຫັນກ່ຽວກັບການປະຕິບັດໂຄງການປ່ຽນໃໝ່ວຽກງານບໍລິຫານຂອງກອງທຶນເງິນຕາສາກົນ (IMF), ກ່ຽວກັບການຜັນແປມໍ່ໆນີ້ໃນຂົງເຂດການເງິນຢູ່ ອາຊີ ແລະ ກ່ຽວກັບ TPP.