ສົງຄາມດ້ານງົບປະມານຢູ່ອາເມລິກາ ໄດ້ສິ້ນສຸດລົງ ໂດຍຊົ່ວຄາວ
(ພາບປະກອບ: AFP)
(vovworld) - ວັນທີ 16/01, ສົງຄາມດ້ານງົບປະມານຢູ່ອາເມລິກາ ທີ່ແກ່ຍາວເປັນເວລາ 4 ປີຜ່ານມາທີ່ກ່ຽວຂ້ອງເຖິງລາຍຈາຍງົບປະມານຂອງລັດຖະບານສະຫະລັດອາເມລິກາ, ໄດ້ສິ້ນສຸດລົງໂດຍຊົ່ວຄາວ ພາຍຫຼັງທີ່ສະພາສູງໄດ້ປ່ອນບັດຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈາຍງົບປະມານໃນປີການເງິນ 2014. ນີແມ່ນບາດກ້າວສຳຄັນ, ພາຍຫຼັງ 3 ເດືອນທີ່ລັດຖະບານສະຫະລັດຕ້ອງອັດປະຕູ້ເປັນເວລາ 16 ວັນ ໃນຕົ້ນເດືອນ 10/2013 ຍ້ອນການໂຕ້ຖຽງກັນກ່ຽວກັບນະໂຍບາຍໃຊ້ຈາຍ ແລະ ຫຼຸດຜ່ອນລາຍຈາຍງົບປະມານເກີນດຸນ.
ແຜນການລາຍຈາຍງົບປະມານໃຫ້ບັນດາກະຊວງຂະແໜງການໃນປີການເງິນ 2014 ແມ່ນເອກະສານປະນິປະນອມດ້ານການເມືອງລະຫວ່າງບັນດານັກນິຕິບັດຍັດຂອງພັກສາທາລະນະ ທີ່ກວມສ່ວນຫຼາຍຢູ່ສະພາຕໍ່າ ແລະ ພັກປະຊາທິປະໄຕຮັກສາສິດຄວບຄຸມຢູ່ສະພາສູງ. ແຜນການນີ້ລວມມີບວງເງິນໃຊ້ຈາຍໃຫ້ການປະຕິບັດ ObabaCare ເຊິ່ງກ່ອນນັ້ນ ບັນດາສະມາຊິກສະພາແຫ່ງຊາດພັກສາທາລະນະ ເດັດດ່ຽວຕັດຄ້ານ, ພ້ອມທັງລົບລ້າງໄພງົບປະມານສະຫະລັດຫຼຸດລົງແບບອັດຕະໂນມັດ ຄືດັ່ງທີ່ເຄີຍເກີດຂຶ້ນໃນປີການເງິນ 2013.