ສັນຍາ TPP ຈະເປັນ ຂີດໝາຍໃໝ່ໃນການພົວພັນລະຫວ່າງຫວຽດນາມ - ອາເມລິກາ

ສັນຍາ TPP ຈະເປັນ ຂີດໝາຍໃໝ່ໃນການພົວພັນລະຫວ່າງຫວຽດນາມ - ອາເມລິກາ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ
​ຕ້ອນຮັບ​ທ່ານ Michael Froman, ຜູ້ຕາງ​ໜ້າດ້ານ​ການ​ຄ້າ​ອາ​ເມ​ລິ​ກາ
(ພາບ: TTXVN)


(vovworld) – ​​ຕອນ​ບ່າຍ​ວັນ​ທີ 21/10, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ Michael Froman, ຜູ້ຕາງ​ໜ້າດ້ານ​ການ​ຄ້າ​ອາ​ເມ​ລິ​ກາ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ, ຍາມ​ໃດ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ຫວຽດນາມ ​ກໍ່ພ້ອມ​ແລ້ວທີ່​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ​ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ. ສະພາ​ແຫ່ງ​ຊາດ​ຫວຽດນາມ ສະໜັບສະໜູນ​ການ​ເຈລະຈາ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ເສດ​ຖະກິດ​ຍຸດ​ທະ​ສາດ​ຂ້າງ​ປາຊີ​ຝິກ (TPP) ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ຢ່າງ​ແຮງ ​ເພື່ອ​​ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ກໍ່​ຄື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. ຕີ​ລາຄາ​ສູງ​ບັນດາ​ວາລະ​ເຈລະຈາ​ຢ່າງ​ຕັ້ງ​ໜ້າລະຫວ່າງ 2 ປະ​ເທດ ​ໃນ​ໄລຍະ​ຜ່ານ​ມາ, ທ່ານ Michael Froman​ ຖື​ວ່າ, 2 ຝ່າຍ​ຄວນ​ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ລົງ​ນາມ​​ໃນ​ສັນຍາ TPP ​ໂດຍ​ໄວ. ສັນຍາ TPP ​ແມ່ນ​ໂອກາດ​ໃຫຍ່​​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ​​ເປັນ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ​ດ​້ານ​ເສດຖະກິດ, ການ​ເມືອງລະຫວ່າງ 2 ປະ​ເທດ. ອາ​ເມ​ລິ​ກາ ປາດ​ຖະໜາ​ວ່າ, ສະພາ​ແຫ່ງ​ຊາດ​ຫວຽດນາມ, ບັນດາ​ກະຊວງ, ຂະ​ແໜງ​ການ​ສະໜັບສະໜູນການ​ປັບປຸງ​ບັນດາ​ກົດໝາຍເພື່ອ​ໃຫ້​ສັນຍາ TPP ​ບັນລຸ​ຜົນສຳ​ເລັດ. ທ່ານ Michael Froman ຢືນຢັນ​ວ່າ ລັດຖະບານ​ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ບົດບາດ​ຂອງ​ອາຊີ, ​ໃນ​ນັ້ນ​ມີ​ຫວຽດນາມ. ອາ​ເມ​ລິ​ກາ ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ພັດທະນາ​ຢ່າງ​ວັດທະນາ​ຖາວອນ.

ຂ່າວ/ບົດ​ອື່ນ