(vovworld) – ວັນທີ 11/08, ບັ້ນເຄື່ອນໄຫວສົ່ງກຳມະກອນຫວຽດນາມ ຢູ່ລີບີ ກັບເມືອປະເທດດ້ວຍເຮືອບິນຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຕາມສັນຍາກັບນັກປະມູນສ.ເກົາຫຼີ Huyndai E&C ໄດ້ສິ້ນສຸດລົງ ພາຍຫຼັງຜັນຂະຫຍາຍເປັນເວລາ 3 ວັນ. ຖ້ຽວບິນສຸດທ້າຍຂອງ Vietnam Airlines ເລີ່ມບິນຈາກສະໜາມບິນສາກົນ ກາຍໂຣ ໃນເວລາ 23 ໂມງ ວັນທີ 11/08, ໄດ້ສົ່ງກຳມະກອນຫວຽດນາມ ແລະ ເມື່ອຮອດສະໜາມບິນ ໂນ້ຍບ່າຍ ໃນເວລາ 13 ໂມງ ວັນທີ 12/08. ຕາມທ່ານ ໂດ້ຊວນຈ໋ຽນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ Vinamex ແລ້ວ, ໄລຮອດວັນທີ 11/08, ໄດ້ມີຈຳນວນກຳມະກອນຫວຽດນາມກວ່າ 458 ຄົນ ໄດ້ຍົກຍ້າຍອອກຈາກລີບີ ຜ່ານກາຍໂຣ, ຄາດວ່າ, ມີກຳມະກອນ 224 ຄົນຍັງເຫຼືອໃນຈຳນວນກຳມະກອນທັງໝົດ 582 ຄົນຂອງບໍລິສັດເຮັດວຽກຢູ່ລີບີ ຕາມສັນຍາໄດ້ລົງນາມກັບ Huyndai E&C ໄດ້ຂີ່ເຮືອບິນເຖິງກາຍໂຣ ໃນວັນທີ 12/08 ກ່ອນທີ່ກັບເມື່ອຫວຽດນາມ ໃນບັນດາຖ້ຽວບິນການຄ້າ.