ສິ້ນສຸດວາລະການພິຈາລະນາໂທດສາສຸດທ້າຍສຳລັບໂທດປະທານາທິບໍດີສ.ເກົາຫຼີ

ສິ້ນສຸດວາລະການພິຈາລະນາໂທດສາສຸດທ້າຍສຳລັບໂທດປະທານາທິບໍດີສ.ເກົາຫຼີ - ảnh 1
ວາ​ລະການພິ​ຈາ​ລະ​ນາ​ໂທດສາ​ສຸດ​ທ້າຍ​ສຳ​ລັບ​ໂທດ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ
(ພາບ: AFP/TTXVN)

(vovworld) - ​ຕອນ​ຄ່ຳ​ວັນ​ທີ 27/02, ສານ​ລັດ​ຖະ​ທຳ​ມະ​ນູນ​ສ.ເກົາ​ຫຼີ ໄດ້​ສິ້ນ​ສຸ​ດ​ວາ​ລ​ະ​ ການພິ​ຈາ​ລະ​ນາ​ໂທດ​ສຸດ​ທ້າຍ​ສຳ​ລັບ​​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ Park Geun hye, ໃນ​ຂະ​ນະ​ທີ່​ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານ ແລະ ສະ​ໜັບ​ສະ​ໜູນ​​ຜູ້​ນຳ​ຄົນ​ນີ້​ຍັງ​ຖືກ​ດຳ​​ເນີນ​ຢູ່ນອກ​ສຳ​ນັກ​ງານ​ສານ. ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun hye ບໍ່​ເຂົ້າ​ຮ່ວມ​ວາ​ລະ​ພິ​ຈາ​ລະ​ນາ​ໂທດ​ຄັ້ງ​ນີ້, ແຕ່​ໄດ້​ສົ່ງ​​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ເຖິງ​ສານ, ໃນ​ນັ້ນ​ຊີ້​ແຈ້ງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ໃຊ້​ປະ​ເທດ​ຊາດ​ຂອງ​ຕົນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ບໍ່​ໄດ້​ເຮັດ​ສິ່ງ​ໃດໆ​ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍ​ດ​ສ່ວນ​ຕົວ. ການ​ນຳ​ຜູ້ນີ້​ກໍ​ຂໍ​ໂທດ​ຍ້ອນກໍ່​ໃຫ້​ເກີດ “ຄວາມ​ເຈັບ​ປວດ​ທີ່​ໃຫຍ່​ຫຼວງ” ໃຫ້​ປະ​ຊາ​ຊົນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຄວາມ​ສາ​ມັກ​ຄີ​​ແຫ່ງ​ຊາດ ແລະ ຜ່ານ​ຜ່າ​ສະ​ພາບ​ການ​ຄື​ໃນ​ປະ​ຈຸ​ບັນ.

        ໃນ​ກໍ​ລະ​ນີ​ສານ​ລັດ​ທະ​ທຳ​ມະ​ນູນ ເຫັນ​ດີ​​ຕໍ່ຂໍ້​ສະ​ເໜີ​​ພິ​ຈາ​ລະ​ນາໂທດ ແລະ ຢຸດ​ຕິ​​ການ​ດຳ​ລົງຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີຂອງ​ທ່ານ​ນາງ Park Geun hye, ສ.ເກົາ​ຫຼີ ຈະ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ຮອບ​ເວ​ລາ 60 ວັນ​ຕາມ​ພາຍ​ຫຼັງ.

ຂ່າວ/ບົດ​ອື່ນ