ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ
ພາບ:chinhphu.vn
|
(vovworld)-ວັນທີ 20/3 ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງຫວຽດນາມ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍແຜນການເຄື່ອນໄຫວປີ 2015. ເມື່ອສະຫລຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ຍ້ອງຍໍສັນລະເສີນ, ຕີລາຄາສູງບັນດາໝາກຜົນການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດກ່ຽກວັບຜູ້ອາຍຸສູງ ແລະທຸກຂັ້ນ, ຂະແຫນງການຕ່າງໆໃນວຽກງານເບິ່ງແຍງດູແລຜູ້ອາຍຸສູງໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີບັນດາສະມາຊິກໃນຄະນະກຳມະການແຫ່ງຊາດ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຄວນສືບຕໍ່ຜັນຂະຫຍາຍກົດໝາຍວ່າດ້ວຍຜູ້ອາຍຸສູງ, ຮັບປະກັນນະໂຍບາຍຫນູນຊ່ວຍຜູ້ອາຍຸສູງ, ຍູ້ແຮງວຽກງານເບິ່ງແຍງດູແລ ແລະ ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ.