( vovworld ) - ຕາມຄະນະທູດການເມືອງຂອງສະຫະປະຊາຊາດປະຈຳ ລີບີ ແລ້ວ, ອຳນາດການປົກຄອງຊົ່ວຄາວຂອງປະເທດນີ້ໄດ້ປະຕິບັດສຳເລັດບັນດາກົດໝາຍວ່າດ້ວຍການເລືອກຕັ້ງສະບັບໃໝ່ ແລະ ສິ່ງດັ່ງກ່າວຈະນຳປະເທດ ອາຟລິກາເໜືືອນີ້ຍັບມໍ່ເຂົ້າກັນປະໄຕກວ່າ. ບັນດາກົດໝາຍສະບັບໃໝ່ໄດ້ວາງອອກວິທີການຈັດຕັ້ງການເລືອກຕັ້ງໃນທ້າຍປີນີ້ຢ່າງ ລະອຽດ, ເຊິ່ງລວມມີເລື່ອງສ້າງຕັ້ງສະພາແຫ່ງຊາດ ແລະ ອົງການນີ້ຈະຮັບຜິດຊອບຮຽບຮຽງລັດຖະທຳມະນູນສະບັບໃໝ່.
ໃນຂະນະນັ້ນ, ຄະນະຜູ້ແທນຂອງສະຫະປະຊາຊາດປະຈຳ ລີບີ, ທ່ານ Ian Martin ໄດ້ໄປຢ້ຽມຢາມນະຄອນຢູ່ເຂດແຄມທະເລ Sirte, ເຊິ່ງແມ່ນໜື່ງໃນບັນດາທ້ອງຖີ່ນຖືກເສຍຫາຍຢ່າງໜັກໜ່ວງທີ່ສຸດໃນເຫດການປະທະກັນເຊິ່ງເກີດຂື້ນໃນປີ 2011. ກ່າວຄຳເຫັນທີ່ການພົບປະກັບບັນດາການນຳທ້ອງຖີ່ນ, ທ່ານ Martin ຖະແຫຼງ ວ່າ ສະຫະປະຊາຊາດ ໃຫ້ຄຳໝັ້ນສັນຍາຈະຊ່ວຍກໍ່ສ້າງ ແລະ ຟື້ນຟູນະຄອນນີ້ຄືນໃໝ່.