ສປປເກົາຫຼີ ກະກຽມດຳເນີນກອງປະຊຸມຄັ້ງທີ 4 ພັກແຮງງານເກົາຫຼີ
(ພາບ:m.vietnamnet.vn)
( vovworld ) – ວັນທີ 9/4, ສຳນັກຂ່າວສານສູນກາງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ (KCNA) ໃຫ້ຮູ້ວ່າ ກອງປະຊຸມຄັ້ງທີ 4 ພັກແຮງງານເກົາຫຼີ ຈະດຳເນີນໃນວັນທີ 11/4 ຢູ່ນະຄອນຫຼວງພຽງຢາງ. ຄາດວ່າ ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກພັກແຮງງານເກົາຫຼີ ຈະເລືອກຕັ້ງການນຳຄົນໃໝ່ Kim Jong Un ດຳລົງບັນດາຕຳແໜ່ງສຳຄັນໃນພັກ. ນອກຈາກນັ້ນແລ້ວ, ຄາດວ່າ, ສະພາແຫ່ງຊາດສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ກໍຈະຮຽກໂຮມວາລະປະຊຸມປະຈຳປີໃນວັນທີ 13/4 ທີ່ຈະມາເຖິງ ເພື່ອເລືອກຕັ້ງປະທານສະພາປ້ອງກັນຊາດແຫ່ງລັດ ຊື່ງແມ່ນອົງການອອກຄຳຕັດສິນສູງສຸດຢູ່ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ. ບັນດາວາລະປະຊຸມດັ່ງກ່າວ ດຳເນີນໄປໃນສະພາບການທີ່ປະເທດຈຳນວນໜື່ງ, ພິເສດແມ່ນອາເມລິກາ, ຍີ່ປຸ່ນ ແລະ ສາທາລະນະລັດເກົາຫຼີ ມີຄວາມວິຕົກກັງວົນທີ່ສຸດ ກ່ຽວກັບແຜນການຍິງດາວທຽມຂອງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ. ບັນດາປະເທດເຫຼົ່ານັ້ນຖືວ່າ ໃນຕົວຈິງ, ການຍິງດາວທຽມຈະແມ່ນຮູບນອກຂອງການຍິງລູກສອນໄຟໄລຍະໄກ, ສະນັ້ນ ໄດ້ຮຽກຮ້ອງໃຫ້ພຽງຢາງ ເປັນເວລາຫຼາຍເທື່ອວ່າ ຈົ່ງພິຈາລະນາໂຈະແຜນການນີ້ໄວ້. ແຕ່ເຖິງຢ່າງໃດກໍຕາມ, ຝ່າຍສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ຍັງຢືນຢັນວ່າ ການຍິງດາວທຽມ ພຽງແຕ່ເພື່ອຈຸດປະສົງຄົ້ນຄ້ວາວິທະຍາສາດເທົ່ານັ້ນ.