(vovworld) – ວັນທີ 20/12, ໂຄສົກກະຊວງການຕ່າງປະເທດສປປ.ເກົາຫຼີ ຢືນຢັນວ່າ, ປະຈຸບັນ, ນະໂຍບາຍທີ່ເປັນປໍລະປັກຂອງອາເມລິກາ ດ້ວຍຈຸດໝາຍຮຸກຮານສປປ.ເກົາຫຼີ ພາຍໃຕ້ຄັນຕະລະບັດສິດທິມະນຸດໄດ້ຈະແຈ້ງແລ້ວ, ແນວຄວາມຄິດກ່ຽວກັບການປອດນິວເຄຼຍ ຢູ່ໃນແຫຼມເກົາຫຼີ ແມ່ນບໍ່ມີຄຸນຄ່າອີກແລ້ວ. ຄວາມມານະພະຍາຍາມຂອງພວກຂ້າພະເຈົ້າ ແມ່ນເພື່ອແນໃສ່ເພີ່ມກຳລັງບົມຊ້ອນປ້ອງກັນຊາດ, ໃນນັ້ນມີກຳລັງແຮງດ້ານນິວເຄຼຍ ເຊິ່ງຈະເພີ່ມຂຶ້ນທົບ 2 ເທົ່າ ດ້ວຍທຸກວິທີ.
ສປປ.ເກົາຫຼີ ກໍ່ຢືນຢັນວ່າ ຄຳກ່າວຫາຂອງອາເມລິກາ ທີ່ວ່າ, ປະເທດນີ້ມີສ່ວນກ່ຽວຂ້ອງເຖິງການບຸກໂຕມຕີເຂົ້າເຄືອຂ່າຍອິນເຕີແນດບໍລິສັດ Sony Pictures ແມ່ນ “ບໍ່ມີຫຼັກຖານ” ແລະ ປາດຖະໜາຢາກດຳເນີນການສືບສວນລວມກັບອາເມລິກາ. ພຽງຢ່າງ ກໍ່ກ່າວເຕື່ອນກ່ຽວກັບບັນດາຜົນຮ້າຍຢ້ອນຫຼັງ ຖ້າຫາກອາເມລິກາ ສືບຕໍ່ມີການກ່າວຫາຕ້ານປະເທດນີ້.