ສປປ.ເກົາຫຼີ ຮຽກຮ້ອງ ປັບປຸງການພົວພັນກັບ ສ.ເກົາຫຼີ
ທ່ານນາຍົດລັດຖະມົນຕີ Pak Pong ju
(ພາບ: AFP)
(vovworld) – ໃນບົດກ່າວປາໄສ ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນຊາດສປປ.ເກົາຫຼີ, ທ່ານນາຍົກລັດຖະມົນຕີສປປ.ເກົາຫຼີ Pak Pong ju ຮຽກຮ້ອງປັບປຸງການພົວພັນກັບສ.ເກົາຫຼີ. ທ່ານນາຍົດລັດຖະມົນຕີ Pak Pong ju ຊີ້ແຈ້ງວ່າ “ພວກເຮົາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງການພົວພັນລະຫວ່າງ 2 ພາກ”.
ກ່ອນໜ້ານັ້ນ, ພຽງຢາງ ຖືວ່າ, ການພົວພັນກັບເຊີອຸນ ມີແຕ່ປັບປຸງໄດ້ເມື່ອອາເມລິກາ ຖອນທະຫານທັງໝົດອອກຈາກສ.ເກົາຫຼີ. ປະຈຸບັນ ອາເມລິກາ ມີທະຫານ 28.500 ຄົນພວມຕັ້ງທັບຢູ່ປະເທດພັນທະມິດອາຊີຕາເວັນອອກສຽງເໜືອນີ້. ຄຳຮຽກຮ້ອງຖືກຍົກອອກມາ ພາຍຫຼັງທີ່ທ່ານນາງປະທານາທິບໍດີ Park Geun hye ຮຽກຮ້ອງພຽງຢາງ ເຈລະຈາກັບເຊີອຸນ ພຽງສັບປະດາ 1 ເພື່ອຊ່ວຍປັບປຸງການພົວພັນ 2 ຝ່າຍເຊິ່ງປະຈຸບັນພວມຢູ່ໃນລະດັບຕຳ່ສຸດໃນຊຸມປີມໍ່ໆມານີ້.