ສປປ ເກົາຫລີ ອາດຈະດຳເນີນການຊ້ອມຮົບດ້ວຍຂອບຂະຫນາດໃຫຍ່

ສປປ ເກົາຫລີ ອາດຈະດຳເນີນການຊ້ອມຮົບດ້ວຍຂອບຂະຫນາດໃຫຍ່ - ảnh 1
ພາບປະກອບ:internet


(vovworld) -   ວັນ​ທີ 1/3, ກະຊວງ​ປ້ອງ​ກັນ​ປະ​ເທດ ສ​ເກົາຫລີ ​ໃຫ້​ຮູ້​ວ່າ: ສປປ ​ເກົາຫລີ ອາດ​ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ການ​ທະຫານ​ດ້ວຍ​ຂອບ​ຂະຫນາດ​ໃຫຍ່​ໃນ​ທົ່ວ​ປະ​ເທດ​ໃນ​ຕົ້ນ​ເດືອນ 3 ນີ້. ​ໂດຍ​ອີງ​ໃສ່​ການ​ຕິດຕາມ​​ຊ້ອມ​ຮົບຄັ້ງ​ຕ່າງໆ​ຂອງ ສປປ ​ເກົາຫລີ ດຳ​ເນີນ​ໄປ​ໃນ​ໄລຍະ​ຜ່ານ​ມາ, ກະຊວງ​ປ້ອງ​ກັນ​ປະ​ເທດ ສ​ເກົາຫລີ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ພຽງ​ຢາງ ອາດ​ຈະ​ຜັນ​ຂະຫຍາຍ​ການ​ຊ້ອມ​ຮົບ​ໃນ​ຂອບ​ຂະຫນາດ​ທົ່ວ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ອາວຸດ​ທາງບົກ, ທາງ​ທະ​ເລ ​ແລະ ທາງ​ອາກາດ​ຂອງ ກອງທັບ​ປະຊາຊົນ ສປປ ​ເກົາຫລີ ກໍ​ຄື​ກັບ​ບັນດາ​ກົມ​ກອງ​ຂຶ້ນ​ກັບ​ກຳລັງ​ພິ​ເສດ​ຂອງ ສປປ ​ເກົາຫລີ. ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ສ​ເກົາຫລີ, ທ່ານ Kim Min seok ​ເນ​ັ້ນຫນັກ​ວ່າ: ຄວນ​ຕີ​ລາຄາ​ຢ່າງ​ລະມັດ​ລະວັງ​ບັນດາ​ການ​ຢ້ຽມຢາມ​ຜ່ານ​ມາ​ຂອງ​ການ​ນຳ ສປປ ​ເກົາຫລີ Kim Jong un ​ເຖິງ​ບັນດາ​ຖານ​ຖີ່ໝັ້ນ​ການ​ທະຫານ ​ເພື່ອ​ກວດກາ​ການ​ກຽມພ້ອມ​ຕໍ່ສູ້​ຂອງ​ນາຍ​ທະຫານ.

 

 

ຂ່າວ/ບົດ​ອື່ນ