ສປປ ເກົາຫຼີ ຈັດພິທີອາໄລຫາ ວັນເຖິງແກ່ມໍລະນະກຳຂອງການນຳ Kim Jong Il ຄົບຮອບ 100 ວັນ

ສປປ ເກົາຫຼີ ຈັດພິທີອາໄລຫາ ວັນເຖິງແກ່ມໍລະນະກຳຂອງການນຳ Kim Jong Il ຄົບຮອບ 100 ວັນ - ảnh 1

ການ​ນຳ Kim Jong Un

(ພາບ:m.soha.vn)

( vovworld ) ​​​​ວັນ​ທີ 25/3, ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ​(ສປປ​ເກົາຫຼີ) ໄດ້​ຈັດ​ພິທີ​ລະດັບ​ຊາດ ອາ​ໄລ​ຫາ​​​ເຖິງ​ດວງ​ວິນ​ຍານຂອງອະດີດ​ການ​ນຳ Kim Jong Il ​ໃນ​ໂອກາດ​ວັນ​ເຖິງແກ່​ມໍລະນະ​ກຳຂອງ​ທ່ານ ​ຄົບຮອບ 100 ວັນ. ທ່ານ Kim Jong Un ຜູ້​ສືບ​ທອດພາລະກິດ​ຂອງອະດີດ​ການ​ນຳ Kim Jong Il ທັງ​ແມ່ນຜູ້​ບັນຊາ​ການ​​ສູງ​ສຸດ​ຂອງ​ກອງທັບ​ປະຊາຊົນ ສປປ​ເກົາຫຼີ ​ແລະ ການ​ນຳ​ສູງ​ສຸດ​ຂອງ​ພັກ​ແຮງງານສປປ​ເກົາຫຼີ ​ໄດ້​ເຂົ້າຮ່ວມ​ພິທີ​​ອາ​ໄລ​ຫາທີ່​ສະໜາມ​ຫຼວງ Kim Il Sung. ໃນ​ສູນ​ທອນພົດ​ອ່ານ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ Chon Yong Rim ​ໄດ້​ຍ້ອງ​ຍໍ​ສັນລະ​ເສີນ​ຄຸນງາມຄວາມດີ​ຂອງອະດີດ​ການ​ນຳ Kim Jong Il ​​ໃນ​ການ​ປະຕິບັດ​ພາລະກິດ​ການ​ປະຕິວັດ​ຂອງ ສປປ​ເກົາຫຼີ ຢ່າງສຳ​ເລັດຜົນ. ທ່ານ​ນາຍົກລັດຖະມົນຕີ Chon Yong Rim ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ ສປປ​ເກົາຫຼີ ຈົ່ງປະຕິບັດສຳ​ເລັດ ​ພາລະກິດ​ສ້າງສາ​ປະ​ເທດ​ສັງຄົມ​ນິຍົມ ວັດທະນະ​ຖາວອນ  ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ Kim Jong Un. ​ໃນ​ເວລາ 12 ​ໂມງ​ຂອງ​ວັນ​ທີ 25/3, ທຸງຊາດ​ໄດ້​ຖືກ​ລົດລົງ​ເຄິ່ງ​ເສົາ, ​ໃນ​ທ່າມກາງ​ສຽງ​ແກ​ດັ່ງກ້ອງ​ກັງວານໃນ​ທົ່ວ​ປະ​ເທດ. ປະຊາຊົນ ສປປ​ເກົາຫຼີ ​ໄດ້​ສະຫງວນ​ເວລາ 3 ນາທີ ​ເພື່ອ​ອາ​ໄລ​ຫາອະດີດ​ການ​ນຳ Kim Jong Il.


ຂ່າວ/ບົດ​ອື່ນ