ພາບປະກອບ ຈາກ ອິນເຕີເນັດ
(vovworld) – ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ວັນທີ 12/2, ສປປ ເກົາຫຼີ ປະກາດໄດ້ທົດລອງນິວຄະເລຍຄັ້ງທີ 3 ສຳເລັດຜົນ ເພື່ອແນໃສ່ປ້ອງກັນຄວາມສະຫງົບແຫ່ງຊາດ ຕໍ່ໜ້ານະໂຍບາຍທີ່ເປັນປໍລະປັກຂອງອາເມລິກາ. ສປປ ເກົາຫຼີ ໃຫ້ຮູ້ວ່າການທົດລອງໄດ້ຮັບການປະຕິບັດຢ່າງປອດໄພ ແລະ ດີທີ່ສຸດ.
ໂທລະພາບສເກົາຫຼີ “Channel One“ ໄດ້ຄັດສະເໜີຄຳເຫັນຂອງທ່ານລັດຖະມົນຕີປະເທດນີ້ທີ່ຖືວ່າ ສປປ ເກົາຫຼີ ປະຕິບັດການທົດລອງນິວຄະເລຍໃນຕອນເຊົ້າວັນທີ 12/2. ຕາມໂຄສົກກະຊວງປ້ອງກັນປະເທດ ສເກົາຫຼີ ແລ້ວ, ການທົດລອງ ”ມີກຳລັງລ້າງຜານຢ່າງຮ້າຍແຮງ”. ກ່ອນໜ້ານັ້ນ, ສຳນັກຂ່າວສານ yonhap ຂອງ ສເກົາຫຼີ ໄດ້ໃຫ້ຂ່າວວ່າ, ຕອນເຊົ້າວັນທີ 12/2, ໄດ້ພົບເຫັນກໍລະນີ ”ແຜ່ນດິນໄຫວທຽມ” ຢູ່ ສປປ ເກົ່າຫຼີ, ເຊິ່ງສະແດງໃຫ້ເຫັນວ່າ ບາງເທື່ອພຽງຢາງໄດ້ດຳເນີນການທົດລອງນິວຄະເລຍຄັ້ງທີ 3.
ໃນຂະນະນັ້ນ, ຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ ທ່ານ Yoshihide Suga ໃຫ້ຂໍ້ສັງເກດວ່າ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຮຽກຮ້ອງໃຫ້ບັນດາອົງການກ່ຽວຂ້ອງໄຈ້ແຍກຂໍ້ມູນກ່ຽວກັບກໍລະນີແຜ່ນດິນໄຫວຫວ່າງແລ້ວນີ້ ແລະ ຈັດກອງປະຊຸມດ່ວຍກ່ຽວກັບຄວາມສະຫງົບປອດໄພຈະຖືກດຳເນີນໃນທັນທີ. ກ່າວຄວາມເຫັນເມື່ອວັນທີ12/2, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ, ຍີ່ປຸ່ນຈະພິຈາລະນາກ່ຽວກັບການລົງທົດສຳລັບ ສປປ ເກົາຫຼີ.