ສື່ມວນຊົນປະກອບສ່ວນສຳຄັນເຂົ້າໃນຜົນງານພົວພັນຕ່າງປະເທດປີ2014

ສື່ມວນຊົນປະກອບສ່ວນສຳຄັນເຂົ້າໃນຜົນງານພົວພັນຕ່າງປະເທດປີ2014 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ກາ​ນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ທີ່​ການ​ພົບ​ປະ​ກັບ​ສື່ມວນ​ຊົນ

(vovworld) – ​ ​​ທີ່​ການ​ພົບ​ປະ​ກັບ​ສື່ມວນ​ຊົນ​ໃນ​ວັນ​ທີ 5/2, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ກາ​ນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ຢັ້ງ​ຢືນວ່າ​ສື່ມວນ​ຊົນ​ໄດ້ໂຄ​ສະ​ນາ​ເຜີຍ​ແຜ່​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ຟົດ​ຟື້ນ​ຂອງ ຫວຽດ​ນາມ ​ ຢ່າງ​ສະ​ໜິດ​ແໜ້ນ ແລະ ຄົບ​ຖ້ວນ, ທັນ​ການ​, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ປີ 2014.

        ເມື່ອ​ເຕື້ອງ​ເຖິງ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດໃນ​ປ​ີ​ຜ່ານ​ມາ, ທ່ານ​ລັດ​ຖະ​ມົນ​ຕີວ່າ​ການ ຟ້າມ​ບີ່ງ​ມິງ ໃຫ້​ຮູ້​ວ່າ: ປີ 2014 ເປັ​ນ​ຂີດ​ໝາຍ​ສຳ​ຄັນ​ພໍ​ສົມ​ຄວນ​ໃນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ດ້ວຍ​ບັນ​ດາ​ຜົນ​ງານ​ມີ​ລັ​ກ​ສະ​ນະ​ຮອບ​ດ້ານ​ໃນ 3 ​ຄາດ​ໝາຍ​ແມ່ນ: ພັດ​ທະ​ນາ, ຄວາມ​​ໝັ້ນ​ຄົງ ແລະ ທີ່​ຕັ້ງ​ບົດ​ບາດ. ດ້ວຍ​ການ​ພົວ​ພັນ​ກັບ 14 ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, 11 ປະ​ເທດ​ຄູ່​ຮ່ວມ​ມື​ຮອບ​ດ້າ​ນ​ເຊິ່ງ ຫວຽດ​ນາມ ​​ໄດ້ກຳ​ນົດ​ຂອບ​ເຂດ​ການ​ຮ່ວມ​ມື​​ມາແຕ່​ກ່ອນ​ແລ້ວ, ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ ປີ 2014 ສ​ືບ​ຕໍ່​ເຮັດ​ໃຫ້​ບັນ​ດາ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ ນັ້ນ​ມີ​ປະ​ສິດ​ທິ​ຜົນ, ຜົນ​ປະ​ໂຫຍດ​​ຢ່າງແທ້​ຈິງ. ພິ​ເສດ, ປີ 2014, ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ອະ​ທິ​ປະ​ໄຕ​ບົນ​ທ​ະ​ເລ​ຕາ​ເວັນ​ອອກ ຢ່າງຄ່ອງ​ແຄ້ວ, ເປັນ​ເຈົ້າ​ການ​​​ສື່​ສານ, ສ້າງ​ສະ​ພາບ​ແວດ​ລ້ອມ​ສະ​ດວກ​ໃຫ້​ແກ່​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ. ກ່ຽວ​ກັບ​ການ​ສົມ​ທົບ​ວຽກ​ງານ​ໃນ​ປີ 2015, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​​ກະ​ຊວງ​ການຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ, ຊີ້​ແຈ້ງວ່າ:

        “ກ້າວ​ເຂົ້າ​ສູ່​ປີ 2015, ສະ​ພາບ​ເສດ​ຖະ​ກິດ​ໂລກ​ຍັງ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ສືບ​ຕໍ່​​ສ້າງ​ຄວາມ​ສະ​ດວກ ແລະ ​ສິ່ງທ້າ​ທາຍ​ເຖິງ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ​ເສດ​ຖະ​ກິດ​, ຄວາມ​​ໝັ້ນ​ຄົງ​ຂອງ ຫວຽດ​ນາມ, ວຽກ​ງາ​ນພົວ​ພັນ​ຕ່າງ​ປະ​ເທດ​ຈະ​ສືບ​ຕໍ່​ເສີມຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​​ທີ່ບັນ​ລຸ​ໄດ້​ໃນ​ປີ 2014, ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ໃໝ່​ໃນ​ປີ 2015. ເພື່ອ​ບັນ​ລຸ​ໄດ້​ສິ່ງ​ດັ່ງ​ກ່າວ, ສິ່ງ​ສຳ​ຄັນ​ໜຶ່ງ​ອີກ​ແມ່ນ​ຕ້ອງ​ມີ​ການ​​ເຂົ້າ​ຮ່ວມ​ຂອງ​ສື່ມວນ​ຊົນ.”


ຂ່າວ/ບົດ​ອື່ນ