(ພາບປະກອບ)
(vovworld)- ໃນຊຸມມື້ຜ່ານມາ,ສື່ມວນຊົນລາວ ໄດ້ລົງພິມບົດ, ຮູບພາບ ກ່ຽວກັບການພົວພັນລະຫວ່າງ ລາວ ແລະ ຫວຽດນາມ, ກ່ຽວກັບຄວາມໝາຍປະຫວັດສາດ, ການຜົນກະທົບຂອງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2/9 ທີ່ມີຕໍ່ພາກພື້ນ ແລະ ໂລກ ກໍຄືບັນດາວິລະກຳ ແລະ ຜົນງານທີ່ຍິ່ງໃຫຍ່ ຊື່ງພັກ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ໃນ 70 ປີຜ່ານມາ. ໃນຊຸມມື້ແຕ່ວັນທີ 31/8-2/9, ຫນັງສືພິມປະຊາຊົນ, ຫນັງສືພິມ ວຽງຈັນໃຫມ່, ລາວພັດທະນາ.. ລ້ວນແຕ່ລົງພິມບົດນຳດ້ວຍຫົວຂໍ້ວ່າ: ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຫວຽດນາມ ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ. ບັນດາບົດຂຽນທີ່ລົງພິມໃນຫນັງສືພິມດັ່ງກ່າວ ລ້ວນແຕ່ຊົມເຊີຍວັນຊາດຫວຽດນາມ ທີ 2/9 ແລະ ທົບທວນຄືນຂີດໝາຍປະຫວັດສາດອັນສະຫງ່າລາສີ, ບັນດາຜົນງານຊື່ງຫວຽດນາມຍາດມາໄດ້ໃນ 70 ປີຜ່ານມາ ກໍຄືການພົວພັນລະຫວ່າງ ລາວ ແລະ ຫວຽດນາມ.