ສຸມໃສ່ສຶກສາຄຸນສົມບັດ, ແບບແຜນດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມໄລຍະ2015-2030
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 21/7, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານສູນກາງຊາວໜຸ່ມຄັ້ງທີ 7, ຊຸດທີ 10.
ໃນ 3 ປີຜ່ານມາ, ສະມາຊິກຊາວໜຸ່ມໃນທົ່ວປເທດ ໄດ້ເສີມຂະຫຍາຍນຳ້ໃຈຕະລຸມບ່ອນ, ອາສາສະໝັກ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ເຂົ້າຮ່ວມບັນດາຂະບວນການໂດຍສູນກາງຊາວໜຸ່ມປຸກລະດົມຢ່າງສຸດຈິດສຸດໃຈ. ພິເສດແມ່ນໃນຂະບວນການຊາວໜຸ່ມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ຊ່ວຍເຫຼືອນັກສອບເສັງ ແລະ ພີ່ນ້ອງນັກສອບເສັງໃນການເສັງເຂົ້າວິທະຍາໄລ, ມະຫາວິທະຍາໄລ…
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖືວ່າ, ໄລຍະຈະມາເຖິງ, ສູນກາງຊາວໜຸ່ມຄວນສຸມໃສ່ບັນດາວິທີເຮັດທີ່ດີ, ຮູບແບບທີ່ດີເພື່ອຜັນຂະຫຍາຍຢ່າງກວ້າງຂວາງ. ພິເສດຕ້ອງທະວີຄູນບັນດາແບບຢ່າງທີ່ດີເດັ່ນໃນໝູ່ຊາວໜຸ່ມໃນຫຼາຍຂົງເຂດຄືຮຳ່ຮຽນ, ຄົ້ນຄ້ວາວິທະຍາສາດ, ເຮັດກະສິກຳ… ເພີ່ມທັກສະເຊື່ອມໂຍງໃຫ້ຊາວໜຸ່ມ ໃນສະພາບການປະຈຸບັນ. ໄລຍະຈະມາເຖິງ, ຄຽງຂ້າງການສືບຕໍ່ຜັນຂະຫຍາຍບັນດາລາຍການຕະລຸມບ່ອນ, ອາສາສະໝັກຢ່າງມີປະສິດທິຜົນແລ້ວ, ຄະນະຊາວໜຸ່ມທຸກຂັ້ນຈະສຸມໃສ່ເຂົ້າວຽກງານສຶກສາອຸດົມຄະຕິປະຕິວັດ, ຄຸນສົມບັດ, ແບບແຜນດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມໄລຍະ2015-2030.