ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມລັບ ກ່ຽວກັບສະພາບການຢູ່ຊີຣີ
ທ່ານນາງ Susan Rice, ເອກອັກຄະລັດຖະທູດ ອາເມລິການ ປະຈຳ ສະຫະປະຊາຊາດ ກ່າວຄຳເຫັນທີກອງປະຊຸມ
(ພາບ: AFP)
(vovworld) - ວັນທີ 30/5, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມລັບ ກ່ຽວກັບສະພາບການຢູ່ ຊີຣີ. ແຕ່ເຖິງຢ່າງໃດກໍຕາມ, ເມື່ອກອງປະຊຸມສິ້ນສຸດລົງ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ສາມາດຍົກອອກຂໍ້ຕົກລົງລະອຽດໃດໆ ຍ້ອນ ຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງບັນດາບາດກ້າວຕໍ່ໄປ ເພື່ອແນໃສ່ແກ້ໄຂວິກິດການຢູ່ປະເທດ ຕາເວັນອອກກາງນີ້, ພິເສດແມ່ນໃນບັນຫາລົງໂທດ Damascus. ທີ່ກອງປະຊຸມ, ທ່ານ Kofi Annan, ທູດພິເສດສາກົນ ກ່ຽວກັບ ຊີຣີ ຖືວ່າ: ວິກິດການທີ່ແກ່ຍາວກ່ວາ 1 ປີ ຢູ່ປະເທດນີ້ ອາດຈະກາຍເປັນ “ເສີກກາງເມືອງຢ່າງຮອບດ້ານ” ຖ້າຫາກວ່າ ອຳນາດການປົກຄອງ ຊີຣີ ແລະ ຝ່າຍຄ້ານທີ່ປະກອບອາວຸດ ບໍ່ດຳເນີນບັນດາການເຈລະຈາທາງດ້ານການເມືອງຢ່າງລະອຽດ. ທ່ານນາງ Susan Rice, ເອກອັກຄະລັດຖະທູດ ອາເມລິການ ປະຈຳ ສະຫະປະຊາຊາດ ໄດ້ກ່າວເຕືອນວ່າ: ຖ້າຫາກແຜນການສັນຕິພາບ ຂອງທ່ານ Annan ຖືກປະລາໄຊ, ສະພາບການໃຊ້ຄວາມຮຸນແຮງ ຢູ່ ຊີຣີ ຈະປິນຂັ້ນໄດ ແລະ ແຜ່ລາມອອກຢ່າງກ້ວາງແຂວງໃນທົ່ວພາກພື້ນ. ອາເມລິກາ ແລະ ສຳພັນທະມິດອາດຈະຊັ່ງຊາ “ການກະທຳ” ບໍ່ກ່ຽວຂ້ອງເຖິງສະຫະປະຊາຊາດ.