ສະພາຄວາມໝັ້ນຄົງ ສປຊ ອະນຸຍາດໃຫ້ເຊື່ອມຕໍ່ການຊ່ວຍເຫຼືອຜ່ານຊາຍແດນໃຫ້ແກ່ ຊີຣີຄືນໃໝ່
(VOVWORLD) - ສະພາຄວາມໝັ້ນຄົງ ສປຊ ໃນວັນທີ 11 ກໍລະກົດ ໄດ້ຮັບຮອງເອົາມະຕິອະນຸຍາດໃຫ້ເຊື່ອມຕໍ່ການຊ່ວຍເຫຼືອມະນຸດສະທຳຜ່ານຊາຍແດນໃຫ້ແກ່ຊີຣີຄືນໃໝ່.
ການແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ແກ່ຊາວ ຊີຣີ (ພາບ: AFP/TTXVN) |
ເຖິງຢ່າງໃດກໍຕາມ, ການຊ່ວຍເຫຼືອໃຫ້ແກ່ ຊີຣີ ພຽງໄດ້ປະຕິບັດ ຜ່ານດ່ານຊາຍແດນພຽງແຫ່ງດຽວເທົ່ານັ້ນ ແທນທີ່ຜ່ານດ່ານຊາຍແດນສອງແຫ່ງ ຄືເມື່ອກ່ອນນີ້. ມະຕິສະບັບດັ່ງກ່າວ ໄດ້ຮັບການຮັບຮອງເອົາຈາກສະພາຄວາມໝັ້ນຄົງ ສປຊ ດ້ວຍຈຳນວນ 12 ບັດຄະແດນເຫັນດີ ໃນຈຳນວນ 15 ບັດຄະແນນ. ລັດເຊຍ, ຈີນ ແລະ ສາທາລະນະລັດ ໂດມີນີກາ ໄດ້ປ່ອນບັດຂາວ. ມະຕິສະບັບດັ່ງກ່າວ ໂດຍ ເຢຍລະມັນ ແລະ ແບນຊິກ ສະເໜີໃຫ້ອະນຸຍາດການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ຊີຣີ ແກ່ຍາວຕື່ມອີກ 1 ປີ ແລະ ປະຕິບັດຜ່ານດ່ານຊາຍແດນ Bab al-Hawa