ສະພາບໍລິຫານຕົກລົງມະຕິກ່ຽວກັບສິດທິມະນຸດຂອງບັນດາສະມາຊິກລັດຖະສະພາ
(ສະພາບໍລິຫານຕົກລົງມະຕິກ່ຽວກັບສິດທິມະນຸດ
ຂອງບັນດາສະມາຊິກລັດຖະສະພາ)
(vovworld) - ຕອນເຊົ້າວັນທີ 1/4, ທີ່ສູນກອງປະຊຸມແຫ່ງຊາດ, ສະພາບໍລິຫານ IPU-132 ສຸມໃສ່ປຶກສາຫາລື ແລະ ຮັບຮອງເອົາບັນດາຮ່າງມະຕິ ກ່ຽວກັບສິດທິມະນຸດຂອງບັນດາສະມາຊິກລັດຖະສະພາ, ປ່ອນບັດເລືອກຕັ້ງປະທານຄະນະປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດໃໝ່ ແລະ ຮັບຟັງບົດລາຍງານກ່ຽວກັບໝາກຜົນຂອງ ການປະຊຸມຫົວເລື່ອງສະເພາະຕ່າງໆ… ເມື່ອເນັ້ນໜັກເຖິງຄວາມສາມັກຄີລັດຖະສະພາ, ທ່ານປະທານກອງປະຊຸມໃຫຍ່ສະຫະພັນ ລັດຖະສະພາສາກົນ (IPU), ທ່ານ Saber Chowhury ຮຽກຮ້ອງຄວາມສາມັກຄີ, ຮຽງບ່າຮຽງໄຫຼ່ປົກປ້ອງເພື່ອນຮ່ວມອາຊີບ:
ຂ້າພະເຈົ້າຮຽກຮ້ອງ ລັດຖະສະພາສະມາຊິກ, ກໍ່ຄືສະມາຊິກລັດຖະສະພາແບ່ງປັນ, ຮຽງບ່າຮຽງໄຫຼ່ພ້ອມກັບບັນດາເພື່ອນຮ່ວມອາຊີບຂອງພວກເຮົາໃນ IPU. ສິ່ງນີ້ແມ່ນຈຳເປັນເພື່ອຫລຸດຜ່ອນກໍລະນີບັນດາສະມາຊິກລັດຖະສະພາໃນໂລກຖືກລະເມີດສິດທິມະນຸດ. ພວກເຮົາຈົ່ງນຳໃຊ້ສິດອຳນາດຂອງຕົນ ເພື່ອຊ່ວຍເຫຼືອບັນດາເພື່ອນຮ່ວມອາຊີບຂອງຕົນ.
ເມື່ອລາຍງານທີ່ສະພາບໍລິຫານ, ທ່ານນາງ ຫງວຽນທິກິມເງິນ, ຮອງປະທານສະພາແຫ່ງຊາດຫວຽດນາມ, ປະທານກອງປະຊຸມສະມາຊິກລັດຖະສະພາຍິງຄັ້ງທີ 21, ແບ່ງປັນກ່ຽວກັບໝາກຜົນວາລະປະຊຸມຄັ້ງທີ 21. ກອງປະຊຸມສະມາຊິກລັດຖະສະພາຍິງ ໄດ້ດຳເນີນໃນວັນທີ 28/3 ຜ່ານມາ; ເນັ້ນໜັກເຖິງເລື່ອງກອງປະຊຸມຮຽກຮ້ອງຄວນມີນະໂຍບາຍ ແລະ ກົດໝາຍ ເພື່ອຮັບປະກັນໃຫ້ເຄືອຂ່າຍອິນເຕີແນັດສຳລັບແມ່ຍິງມີຄວາມປອດໄພກ່ວາ.
ບັນດາຜູ້ແທນໄດ້ປ່ອນບັດເລືອກຕັ້ງປະທານຄະນະປະຈຳກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດໃໝ່, ດ້ວຍ 2 ປະເທດຮັບສະໝັກທີ່ໄດ້ຮັບການສະເໜີຈາກ IPU-132 ນັ້ນແມ່ນ ບາເຣັນ ແລະ ຟີລິບປີນ. ໝາກຜົນແມ່ນຜູ້ຕາງໜ້າ ບາເຣັນ ໄດ້ຮັບການເລືອກຕັ້ງເປັນປະທານຄະນະປະຈຳກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດໃໝ່ຂອງ IPU.