ສະພາແຫ່ງຊາດນັບມື້ນັບໃກ້ຊິດກັບປະຊາຊົນກວ່າ

ສະພາແຫ່ງຊາດນັບມື້ນັບໃກ້ຊິດກັບປະຊາຊົນກວ່າ - ảnh 1
​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ​ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ແຮ້ງ​ຟຸ໋ກ
(ພາບ​ປະ​ກອບ)


(vovworld) –​ ​​​ວັນ​ທີ 23/02, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ສືບ​ຕໍດຳ​ເນີນ​​ກອງປະ​ຊຸມ​ຄັ້ງ​ທີ 45, ຈຸດ​ສຸມ​ແມ່ນ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ວຽກ​ງານ​ໃນ​ອາ​ຍຸ​ການ​ຊຸດ​ທີ 13 ຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຖື​ວ່າ, ໃນ​ອາ​ຍຸ​ການ​ຜ່ານ​ມາ​, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​ສ້າງ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ, ຕິດ​ຕາມກວດ​ກາ ແລະ ຕົກ​ລົງ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ຢ່າງບໍ່​ຢຸ​ດຢັ້ງ, ນຳ​ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ໃກ້​ຊິດຕິດ​ແທດ​ກັບ​ປະ​ຊາ​ຊົນ​ກວ່າ, ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ກວ່າ. ຮ່າງ​ບົດ​ລາຍ​ງານ​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ​ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ແຮ້ງ​ຟຸ໋ກ ​ໄດ້​ຊີ້​ແຈ້ງ​ບັນ​ດາ​ຜົນ​ງານ​ສຳ​ຄັນ, ຮອບ​ດ້ານ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ໃນ​ນັ້ນໄດ້​ເນັ້ນ​ໜັກ​ວ່າ, ໃນ​ອາ​ຍຸ​ການ​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ສ້າງ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ ບັນ​ລຸ​​ໝາກຜົນ​ພົ້ນ​ເດັ່ນ ດ້ວຍ​ເລື່ອງ​ຮັບ​ຮອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ໃໝ່, ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນແບບ​ເທື່ອ​ລະ​ກ້າວ, ສ້າງກອ​ບ​ກົດ​ໝາຍ​ໃຫ້​ແກ່​ການ​ສ້າງ​ຕັ້ງ ແລະ ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ​​ໃຫ້​ສົມ​ບູບ​ແບບ…

ຂ່າວ/ບົດ​ອື່ນ