ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປ້ອງກັນ ແລະ ຕ້ານ
ການລະເມີດກົດໝາຍ
ພາບ: internet
|
(vovworld) - ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຕ້ານການລະເມີດກົດໝາຍ ແລະ ອາດຊະຍາກຳ ແມ່ນ 2 ເນື້ອໃນຕົ້ນຕໍ່ ເຊິ່ງບັນດາສະມາຊິກສະພາແຫ່ງຊາດ (ສສຊ)ໄດ້ປຶກສາຫາລືໃນວັນທີ 1/11.
ບັນດາ ສສຊ ໄດ້ເນັ້ນໜັກວ່າ, ຢາກປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນຕ້ອງປະຕິບັດປະຊາທິປະໄຕ, ເປີດເຜີຍ ແລະ ໂປ່ງໃສ. ຕ້ອງກວດກາ ແລະ ເປີດເຜີຍຜົນແຫ່ງການແຈ້ງຊັບສົມບັດຂອງທຸກເປົ້າໝາຍ, ໂດຍສະເພາະແມ່ນບັນດາຜູ້ມີຕຳແໜ່ງ, ມີສິດອຳນາດ. ຕາມທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc, ສສຊ ແຂວງ ກວາງນາມ ແລ້ວ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຕ້ອງປະຕິບັດຢ່າງເດັດຂາດ ແລະ ເປັນປະຈຳ.
”ກ່ອນອື່ນໝົດແມ່ນສືບຕໍ່ປັບປຸງລະບຽບການ, ນະໂຍບາຍຮັບໃຊ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ໄປຄຽງຄູ່ກັນນັ້ນຕ້ອງປັບປຸງນະໂຍບາຍສຳລັບຜູ້ເຮັດວຽກງານກິນເງິນເດືອນໃຫ້ດີກວ່າ, ເພື່ອຕອບສະໜອງຄວາມຕ້ອງການທີ່ຈຳເປັນຂອງເຂົາເຈົ້າ ຈຶ່ງສາມາດແກ້ໄຂສະພາບຄວາມຫຍໍ້ທໍ້ໄດ້. ຕ້ອງສືບສວນ, ຟ້ອງສານ, ພິພາກສາບັນດາກໍລະນີສໍ້ລາດບັງຫຼວງຢ່າງແຮງ , ວ່ອງໄວ ແລະ ທັນການກວ່າ. ທີສາມແມ່ນເພີ່ມທະວີການຕິດຕາມກວດກາຂອງປະຊາຊົນໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ”
ເມື່ອປຶກສາຫາລືກ່ຽວກັບການປ້ອງກັນ, ຕ້ານການລະເມີດກົດໝາຍ ແລະ ອາດຊະຍາກຳ . ບັນດາຄຳເຫັນຂອງ ສສຊ ໄດ້ໃຫ້ຂໍ້ສັງເກດວ່າ: ສະພາບການລະເມີດກົດໝາຍ ແລະ ອາດຊະຍາກຳ ຍັງຄົງຜັນແປໄປຢ່າງສັບສົນ, ກໍ່ຄວາມເຄັ່ງຮ້ອນຕໍ່ສັງຄົມ. ບັນດາອົງການກ່ຽວຂ້ອງຕ້ອງມີມາດຕະການຢ່າງຄົບຊຸດ, ຂ້ຽວຂາດກວ່າໃນການປ້ອງກັນ ແລະ ຕ້ານອາດຊະຍາກຳ, ເພື່ອຍູ້ໄພອາດຊະຍາກຳໃຫ້ຖອຍໄປ, ປັບປຸງຄວາມໄວ້ເນື້ອເຊ່ືອໃຈໃຫ້ແກ່ປະຊາຊົນ. ຕ້ອງສຸມໃສ່ຕໍ່ສູ້, ປ້ອງກັນຕ້ານອາດຊະຍາກຳສໍ້ລາດບັງຫລວງ, ຢາເສບຕິດ, ການຄ້າເຖື່ອນ, ອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ພ້ອມທັງຍູ້ແຮງຂະບວນການທົ່ວປວງຊົນປ້ອງກັນແລະ ຕ້ານອາດຊະຍາກຳ, ໂຄສະນາ, ສຶກສາ ຄຸນສົມບັດ, ແບບແຜນການດຳລົງຊີວິດດ້ານວັດທະນະທຳ ແລະ ປອດໃສໃຫ້ແກ່ລຸ້ນຫນຸ່ມ. ທ່ານນາງ Luu Thi Huyen ສສຊ ແຂວງ Ninh Binh ປະກອບຄຳເຫັນວ່າ:
“ລະດົມກຳລັງແຮງຂອງທັງລະບົບການເມືອງ, ທົ່ວພັກ, ທົ່ວປວງຊົນຕ້ອງເຂົ້າຮ່ວມວຽກງານຕໍ່ສູ້, ປ້ອງກັນ ແລະ ຕ້ານການລະເມີດກົດໝາຍ. ຍູ້ຂະບວນການທົ່ວປວງຊົນພ້ອມກັນປົກປັກຮັກສາປະເທດຊາດ, ເສີມຂະຫຍາຍບົດບາດຄຸ້ມຄອງດ້ວຍຕົວເອງຂອງວົງຄະນາຍາດຊຸມຊົນ, ສ້າງບັນດາກຸ່ມຮ່ວມສຳພັນດ້ານປ້ອງກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ. ພິຈາລະນາເພີ່ມພະນັກງານບັນຈຸໃຫ້ແກ່ກຳລັງຕຳຫລວດ, ສ້າງກຳລັງຕຳຫລວດກາຍເປັນກຳລັງຫລັກແຫລ່ງໃນຂະບວນການປົກປັກຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນຮາກຖານ.”