ສະພາແຫ່ງຊາດປຶກສາຫາລືປະມວນກົດໝາຍອາຍາ(ສະບັບປັບປຸງ)
ພາບປະກອບ
|
(vovworld) – ວັນທີ 16/6, ສະພາແຫ່ງຊາດສະຫງວນເວລາມື້ໜຶ່ງເພື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບປະມວນກົດໝາຍອາຍາ (ສະບັບປັບປຸງ). ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເປັນເອກະສັນໂດຍຖືວ່າ: ເລື່ອງປັບປຸງປະມວນກົດໝາຍອາຍາ ຄັ້ງນີ້ເພື່ອແນໃສ່ຫັນເປັນລະອຽດ ແລະ ສ້າງພື້ນຖານນິຕິກຳ ເພື່ອຮັບປະກັນການປະຕິບັດລັດຖະທຳມະນູນປີ 2013 ແລະ ສືບຕໍ່ຫັນບັນດາແຜນນະໂຍບາຍໃຫຍ່ຂອງ ຫວຽດນາມ ກ່ຽວກັບວຽກງານຕຸລາການເປັນລະບອບ, ໃນນັ້ນມີກົດໝາຍອາຍາ. ຕາມນັ້ນແລ້ວ, ບັນດາເນື້ອໃນປັບປຸງ, ເພີ່ມເຕີມປະມວນກົດໝາຍອາຍາສະແດງໃຫ້ເຫັນນ້ຳໃຈຍົກສູງປະສິດທິຜົນການປ້ອງກັນ ແລະ ລັກສະນະມຸ່ງໄປເຖິງຄວາມໄມຕີຈິດໃນການລົງໂທດຜູ້ລະເມີດກົດໝາຍ.
ເພື່ອຮັບປະກັນລັກສະນະຄວາມເປັນໄປ, ຄຸນນະພາບ ແລະ ປະສິດທິຜົນຂອງຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ), ບັນດາສະມາຊິກສະພາແຫ່ງຊາດ ເຫັນດີກັບການປັບປຸງປະມວນກົດໝາຍສະບັບນີ້ ໂດຍພື້ນຖານ ແລະ ຮອບດ້ານ ກ່ອນອື່ນໝົດຄວນສຸມໃສ່ແກ້ໄຂບັນດາບັນຫາຕິດຂັດທີ່ເຮັດໃຫ້ຜົນສັກສິດ, ປະສິດທິຜົນຂອງວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ຖືກຈຳກັດ, ພຽງແຕ່ເພີ່ມເຕີມບັນດາບັນຫາໃຫມ່ເມື່ອມີຄວາມຈຳເປັນທີ່ສຸດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳ. ບັນດາສະມາຊິກສະພາແຫ່ງຊາດເຫັນດີກັບຂໍ້ສະເຫນີຂອງລັດຖະບານກ່ຽວກັບການຈັດຕັ້ງຮັບເອົາຄຳເຫັນປະກອບຂອງປະຊາຊົນກ່ຽວກັບປະມວນກົດໝາຍອາຍາ (ສະບັບປັບປຸງ). ພະອາຈານ ທິກບ໋າວງຽມ, ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ປະກອບຄຳເຫັນວ່າ:
“ນີ້ແມ່ນກົດໝາຍສຳຄັນພິເສດກ່ຽວຂ້ອງເຖິງສິດ ແລະ ການປົກປ້ອງສິດທິມະນຸດ, ພົນລະເມືອງ, ກ່ຽວຂ້ອງເຖິງບັນດາຂໍ້ກຳນົດລະອຽດສຳລັບລັດຖະທຳມະນູນປີ 2013. ສະນັ້ນ ຂ້າພະເຈົ້າສະເຫນີ ສະພາແຫ່ງຊາດຄວນປະກາດໃຊ້ ດຳລັດເພື່ອຈັດຕັ້ງການຮັບເອົາຄຳເຫັນຂອງປະຊາຊົນຢ່າງກວ້າງຂວາງໃນໄລຍະຫນ້ອຍສຸດແມ່ນ 3 ເດືອນ ບົນພື້ນຖານນີ້ ລັດຖະບານ ສະເຫນີສະພາແຫ່ງຊາດພິຈາລະນາທີ່ກອງປະຊຸມສະໄຫມສາມັນເທ່ືອຈະມາເຖິງ.”