ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ(ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ(ສະບັບປັບປຸງ) - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13
ພາບ:baomoi.com

(vovworld)- ທີ່ວາ​ລະ​ປະ​ຊຸມໃນ​ຕອ​ນ​ເຊົ້າ​ວັນ​ທີ 23/6 ຂອງກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13, ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີ​ນ​ຄະ​ດີ​ບໍ​ລິ​ຫານ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລ້ວນ​ແຕ່​ເຫັນ​ດີ​ຕໍ່​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້, ໃນ​ນັ້ນ ກຳ​ນົດ​ເປີດກວ້າງ​ສິດ​ອຳ​ນາດ​ໃຫ້​ສານ​ປະ​ຊາ​ຊົນ​ແຂວງ, ນະ​ຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ​ ​ໄດ້ພິ​ພາກ​ສາ​ຂັ້ນ​ຕົ້ນ​ບັນ​ດາ​ການ​ຮ້ອງ​ຟ້ອງຂໍ້​ຕົກ​ລົງ​ດ້ານບໍ​ລິ​ຫານ, ການ​ກະ​ທຳ​ຜິດ​ທາງ​ດ້ານ​ບໍ​ລິ​ຫານຂອງ​ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ​ຂັ້ນ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຂັ້ນ​ເມືອງ. ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສ​ານ​ກ່ຽວ​ກັບ​ການ​ກະ​ທຳ​ຜິດ​ທາງ​ດ້ານ​ບໍ​ລ​ິ​ຫານ, ທ່ານ ຮີ່ງ​ເຫງ້ຍ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ດາ​ຫນັງ ປະ​ກອບ​ຄຳ​ເຫັນ​ວ່າ:

        “ຂ້າ​ພະ​ເຈົ້າ​ສະ​ເຫນີ​ຄະ​ນະຮຽບ​ຮຽງ ຄວນ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ກ່ຽວ​ກັບ​ການ​ກະ​ທຳ​ຜິດ​ທາງ​ດ້ານບ​ໍ​ລິ​ຫານ​ເພື່ອ​ຮັບ​ປະ​ກັນ​ໃຫ້​ຄຳ​ຕັດ​ສິນ​ຂອງ​ສານ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ. ຄວາມ​ຮັບ​ຜິດ​ຊອບ​ຂອງ​ກາ​ນ​ນຳ​ອົງ​ການ​ລັດ ​ບັງ​ຄັບຕ້ອງ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ, ອາດ​ຈະ​​ຖືກປົດ​ຕຳ​ແຫນ່ງ, ​ໃຫ້ຢ​ຸດ​ງານ ຫລື ປັບ​ໄຫມ​ທາງ​ອາ​ຍາ ຖ້າ​ຫາກ​ຕັ້ງ​ໃຈ​ບໍ່​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ. ເຮັດ​ໄດ້​ຄື​ແນວນັ້ນ ຈຶ່ງ​ຮັບ​ປະ​ກັນ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ຂອງ​ລັດ.”

ຂ່າວ/ບົດ​ອື່ນ