(vovworld) - ໂດຍສືບຕໍ່ໂຄງການດຳເນີນງານຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ຕອນເຊົ້າວັນທີ 6/11, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບການປັບປຸງລັດຖະທຳມະນູນປີ 1992; ຮ່າງມະຕິກ່ຽວກັບເລື່ອງຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງລັດຖະທຳມະນູນປີ 1992.
ຕາມທ່ານ Tran Minh Dieu, ສະມາຊິກສະພາແຫ່ງຊາດແຂວງ Quang Binh ແລ້ວ, ລັດຖະທຳມະນູນໄດ້ຢືນຢັນວ່າ ລັດຫວຽດນາມ ແມ່ນລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ທ່ານ Tran Minh Dieu ກ່າວວ່າ
“ສິດອຳນາດຂຶ້ນກັບປະຊາຊົນ ແມ່ນໜຶ່ງໃນບັນດາບັນຫາສຳຄັນ. ສຳລັບບັນຫານີ້ ໂຄງການການເມືອງ ແລະ ມະຕິຂອງພັກກຳນົດວ່າ ແມ່ນແນວຄິດສຳຄັນ ແລະ ສະເໝີຕົ້ນສະເໝີປາຍໃນວິວັດການປັບປຸງລັດຖະທຳມະນູນປີ 1992. ປະຊາຊົນນຳໃຊ້ສິດອຳນາດຂອງລັດໂດຍຜ່ານສະພາແຫ່ງຊາດ, ສະພາປະຊາຊົນ, ຊຶ່ງແມ່ນບັນດາອົງການຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ້ງຫວັງຂອງປະຊາຊົນ, ໂດຍປະຊາຊົນເລືອກຕັ້ງ ແລະ ຮັບຜິດຊອບຕໍ່ປະຊາຊົນ”.
ຮ່າງລັດຖະທຳມະນຸນສະບັບປັບປຸງໄດ້ເພີ່ມເຕີມບາງສິດທິຂອງມະນຸດ, ສິດ ແລະ ພັນທະເປັນພື້ນຖານຂອງພົນລະເມືອງ. ເພີ່ມສິດໃຫ້ແກ່ທ່ານປະທານປະເທດ ກໍແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນຮ່າງລັດຖະທຳມະນູນສະບັບປັງປຸງຂອງລັດຖະທຳມະນູນປີ 1992. ຕາມນັ້ນແລ້ວ, ທ່ານປະທານປະເທດຈະນຳພາບັນດາກຳລັງປະກອບອາວຸດປະຊາຊົນ ແລະ ທັງດຳລົງຕຳແໜ່ງປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.