ສະພາແຫ່ງຊາດຢູແກຼນຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູລັດຖະທຳມະນູນປີ2004
ທ່ານປະທານາທິບໍດີ ຢູແກຼນ Viktor Yanukovych (ທີ 2 ເບື້ອງຊ້າຍ) ພົບປະກັບທູດຂອງສະຫະພາບ ເອີລົບ
(ພາບ: vietnamplus.vn)
(vovworld) - ຕອນຄຳ່ວັນທີ 21/2, ດ້ວຍບັດເຫັນດີ 386 ບັດ, ສະພາແຫ່ງຊາດ ຢູແກຼນ (ລວມມີ 450 ທີ່ນັ່ງ) ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູລັດຖະທຳມະນູນປີ 2004, ໃນນັ້ນ, ຈຳກັດສິດອຳນາດຂອງປະທານາທິບໍດີພໍສົມຄວນ ແລະ ເພີ່ມທະວີສິດໃຫ້ອົງການນິຕິບັນຍັດ. ເອກະສານດັ່ງກ່າວໄດ້ຮັບຮອງເອົາພາຍຫຼັງທີ່ທ່ານປະທານາທິບໍດີ ຢູແກຼນ Viktor Yanukovych ແລະ ບັນດາຫົວໜ້າຝ່າຍຄ້ານເຊັນຂໍ້ຕົກລົງຢຸດຕິວິກິດການທີ່ແກ່ຍາວເປັນເວລາ 3 ເດືອນຜ່ານມາຢູ່ປະເທດນີ້. ກໍ່ທີ່ກອງປະຊຸມດັ່ງກ່າວ, ດ້ວຍບັດເຫັນດີ 372 ບັດ, ສະພາແຫ່ງຊາດ ຢູແກຼນ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການສືບຕໍ່ອະໄພຍະໂທດໃຫ້ບັນດາຜູ້ແຫ່ຂະບວນປະທ້ວງຖືກຈັບຕົວ.
ໃນທັນທີ, ຫາງສຽງໂລກໄດ້ຕີລາຄາສູງຂໍ້ຕົກລົງທີ່ລັດຖະບານ ຢູແກຼນ ແລະ ຝ່າຍຄ້ານຫາກໍ່ລົງນາມ. ທ່ານເລຂາທິການໃຫຍ່ ສປຊ Ban Ki – moon ຖະແຫຼງວ່າ ທ່ານຊົມເຊີຍການຮ່ວມມືນີ້ຂອງລັດຖະບານ ແລະ ບັນດາຝ່າຍຄ້ານຢູ່ ຢູແກຼນ, ຖືນີ້ແມ່ນບາດກ້າວສຳຄັນຊ່ວຍໃຫ້ປະເທດນີ້ຫັນສະພາບການເປັນສະຖຽນລະພາບ. ທ່ານເລຂາທິການໃຫຍ່ Ban Ki – moon ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຢູແກຼນ Viktor Yanukovych.
ໃນຂະນະນັ້ນ, ສະຫະພາບເອີລົບ (ອີຢູ) ກໍ່ອອກຖະແຫຼງການຄ້າຍຄືກັນ. ປະທານລັດຖະສະພາ ເອີລົບ, ທ່ານ Martin Schulz, ຢັ້ງຢືນການຜັນແປໃໝ່ຢູ່ ຢູແກຼນ ໄດ້ເປີດຄວາມຫວັງໃໝ່ ແລະ ຊ່ວຍປະເທດນີ້ຫຼີກລ້ຽງສະພາບຊົ່ວຮ້າຍທີ່ສຸດແມ່ນການໃຊ້ຄວາມຮຸນແຮງປີນຂັ້ນໄດ. ອົງການ NATO ກໍ່ຕີລາຄາຂໍ້ຕົກລົງດັ່ງກ່າວແມ່ນຕັ້ງໜ້າ. ໃນວັນທີ 21/2, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Barack Obama ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງນີ້, ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Obama ຍັງຖະແຫຼງວ່າ, ຖ້າຫາກຈຳເປັນ, ກໍ່ພ້ອມແລ້ວທີ່ຈະຈັດວາງບັນດາມາດຕະການລົງໂທດໃໝ່ສຳລັບ ຢູແກຼນ.