ສະພາແຫ່ງຊາດສ.Montenegroຮັບຮອງເອົາມະຕິ
ສະໜັບສະໜູນການເຂົ້າຮ່ວມNATO
(ພາບປະກອບ: GETTY IMAGES)
(vovworld) - ວັນທີ 18/06, ສະພາແຫ່ງຊາດ ສ.Montenegro ໄດ້ຮັບຮອງເອົາມະຕິສະໜັບສະໜູນປະເທດນີ້ ເຂົ້າຮ່ວມອົງການສົນທິສັນຍາອັດລັງຕິກເໜືອ (NATO). ເຖິງຢ່າງໃດກໍ່ຕາມ, ມະຕິດັ່ງກ່າວພຽງແຕ່ມີລັກສະນະສະເໜີແນະ ຫາກບໍ່ມີຄຸນຄ່າບັງຄັບ. ເອກະສານດັ່ງກ່່າວຖືວ່າ, ເລື່ອງເຂົ້າເປັນສະມາຊິກຂອງອົງການ NATO ແມ່ນຄຳຕັດສິນປະຫວັດສາດ, ບໍ່ພຽງແຕ່ສຳລັບປະເທດສ.Montenegro ເທົ່ານັ້ນ, ຫາກນັບທັງ NATO ອີກດ້ວຍ. ວັນທີ 19/05 ຜ່ານມາ, ບັນດາລັດຖະມົນຕີການຕ່າງປະເທດຂອງ 28 ປະເທດສະມາຊິກອົງການ NATO ແລະ ນາຍົກລັດຖະມົນຕີ ສ.Montenegro, ທ່ານ Milo Dukanovic ໄດ້ລົງນາມໃນອະນຸສັນຍາຮັບປະເທດ Balkan ເຂົ້າພັນທະມິດການທະຫານຂອງຝ່າຍຕາເວັນຕົກ. ແຕ່ວ່າ, NATO ຕ້ອງມີເວລາ 18 ເດືອນເພື່ອໃຫ້ສັດຕະຍາບັນຂໍ້ຕົກລົງເຂົ້າເປັນສະມາຊິກ NATO ຂອງ ສ.Montenegro.