ສະພາແຫ່ງຊາດຮັບຟັງບົດລາຍງານແຜນສັງລວມກ່ຽວກັບເຂື່ອນໄຟຟ້ານຳ້ຕົກ

ສະພາແຫ່ງຊາດຮັບຟັງບົດລາຍງານແຜນສັງລວມກ່ຽວກັບເຂື່ອນໄຟຟ້ານຳ້ຕົກ - ảnh 1
ປະຈຸ​ບັນ ຫວຽດນາມ ມີກິດຈະກຳ​ເຂື່ອນໄຟຟ້ານ້ຳຕົກ 268 ​ແຫ່ງ
photo:internet

(vovworld)- ​​​​ ​ແຜນ​​ສັງ​ລວມກ່ຽວ​ກັບ​ໄຟຟ້າ​ນ້ຳຕົກ​ໂດຍທ່ານ ຫວູຮູ​ຍຮ່ວາງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ລາຍ​ງານ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ໃນ​ຕອນ​ເຊົ້າ​ວັນ​ທີ 30/10. ຕໍ່​ຈາກ​ນັ້ນ, ກຳມາທິການ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ລາຍ​ງານ​ການ​ກວດກາ​​ແຜນ​​ສັງ​ລວມກ່ຽວ​ກັບ​ໄຟຟ້າ. ປະຈຸ​ບັນ ຫວຽດນາມ ມີກິດຈະກຳ​ເຂື່ອນໄຟຟ້ານ້ຳຕົກ 268 ​ແຫ່ງ ພວມ​ເຄື່ອນ​ໄຫວ, 205 ​ໂຄງການ​ພວມ​ດຳ​ເນີນ​ການ​ກໍ່ສ້າງ ​ແລະ ຄາດ​ວ່າຈະ​ຂຸດ​ຄົ້ນ​ແຕ່​ນີ້​ຮອດ​ປີ 2017. ປີ 2012, ​ເຂື່ອນໄຟຟ້າ​ນ້ຳຕົກ​ໄດ້​ປະກອບ​​ໃຫ້​ລະບົບ​ໄຟຟ້າ​ກວ່າ 48% ກຳລັງ​ການ​ຜະລິດ​ໄຟຟ້າ ​ແລະ ​ເກືອບ 44% ປະລິມານ​ການ​ຜະລິດໄຟຟ້າ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຊຸມ​ປີຜ່ານ​ມາ, ການວາງ​ແຜນ​ກຳນົດ, ກໍ່ສ້າງ ​ແລະ ຂຸດ​ຄົ້ນ​ໄຟຟ້າ​ນຳ້ຕົກ​ໄດ້​ເກີດ​ຫລາຍ​ບັນຫາ​ຍັງຈຳກັດຢູ່. ຫວ່າງ​ແລ້ວ​ນີ້ ລັດຖະບານ​ໄດ້​ຍົກ​ເລີກ​ກວ່າ 400 ​ໂຄງການ​ເຂື່ອນໄຟຟ້າ​ນຳ້ຕົກ​ຂະຫນາດ​ນ້ອຍ ຍ້ອນ​ປະສິດທິ​ຜົນ​ຕຳ່ ​ແລະ ສົ່ງ​ຜົນ​ກະທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ. ກ່ຽວກັບ​ບັນຫາ​ນີ້, ທ່ານ ຟານ​ຊວນ​ຢຸງ, ຫົວໜ້າ​ກຳມາ​ທິການ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວກ​ລ້ອມຂອງ​ສະພາ​ແຫ່ງ​ຊາດ ສະ​ເໜີ​ວ່າ:

ລັດຖະບານ​ຄວນ​ສືບ​ຕໍ່​ຊີ້​ນຳການຈັດ​ຕັ້ງ​ປະຕິບັດ​ບັນດາ​ແຜນ​ກຳນົດ​ຂະ​ແໜງ​ພະລັງງານ ​ໃນ​ນັ້ນ​ມີ​ແຜນ​ກຳນົດ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຢ່າງ​ເປັນ​ເອກະ​ພາບ ​ແລະ ຄົບ​ຊຸດ. ຕ້ອງ​ເຮັດ​ແຈ້ງ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ທີ່​ກ່ຽວຂ້ອງ​​ເຖິງການ​ຍົກ​ເລີກ​ບັນດາ​ໂຄງການ​ກໍ່ສ້າງເຂື່ອນ​ໄຟຟ້າ​ອອກ​ຈາກ​ແຜນ​ກຳນົດ, ​ເຊິ່ງໄດ້​ກໍ່​ຄວາມ​ເສຍ​ຫາຍ, ຟຸມ​ເຟືອຍ​ແຫຼ່ງກຳລັງ, ບໍ່​ປະຕິບັດ​ຂໍ້​ກຳນົດ, ກົດໝາຍ​ກ່ຽວ​ກັບ​ການ​ລົງທຶນ​ກໍ່ສ້າງ, ການ​ຂຸດ​ຄົ້ນ​ກິດຈະກຳ​​ເຂື່ອນ​ໄຟຟ້າ​ນຳ້ຕົກ​ຢ່າງ​ເຂັ້ມ​ງວດ, ກໍ່​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ເຖິງ​ຊີວິດ​ຂອງ​ປະຊາຊົນ .

​​ແລະ​ກໍ່​ໃນ​ການ​ເຮັດ​ວຽກ​ມື້​ນີ້, ລັດຖະບານ​ກໍ່​ຍື່ນ​ສະ​ເໜີ​ບົດ​ລາຍ​ງານ​ປັບປຸງ, ​ເພີ່ມ​ເຕີມ​ມະຕິ 38 ປີ 2004 ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ລົງທຶນ​ກໍ່ສ້າງ​ທາງ ​ໂຮ່ຈີ​ມິນ, ດ້ວຍ​ຄວາມ​ຍາວ 3.183 ກມ, ​ເລີ່​ມ​ແຕ່ ປັກ​ປໍ່, ​ແຂວງ ກາວ​ບັ່ງ ຮອດ ​ເດິ​ດໝູ​ຍ, ​ແຂວງ​ກ່າ​ເມົາ, ທີ່​ແລ່ນ​ຜ່ານ 28 ​ແຂວງ, ນະຄອນ.

 



ຂ່າວ/ບົດ​ອື່ນ