ສະພາແຫ່ງຊາດຮັບຮອງເອົາແຜນນະໂຍບາຍລົງທຶນໂຄງການສະໜາມບິນສາກົນລອງແທ່ງ

ສະພາແຫ່ງຊາດຮັບຮອງເອົາແຜນນະໂຍບາຍລົງທຶນໂຄງການສະໜາມບິນສາກົນລອງແທ່ງ - ảnh 1
ຮູບ​ຈ​ຳ​ລອງ​ສະ​ໜາມ​ບິນ​ລອງ​ແທ່ງ
(ພາບ​ປະ​ກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 25/6, ດ້ວຍ​ຈຳ​ນວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດ (ສ​ສ​ຊ) 428 ທ່ານ (ກວມ​ອັດ​ຕາ 86,64% ຍອດ​ຈຳ​ນວນ ສ​ສ​ຊ) ເຫັນ​ດີ, ສະ​ພາ​ແຫ່ງ​ຊາດ​ໄດ້ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນ​ໂຄງ​ການ​ສະ​ໜາມ​ບິນ​ສາ​ກົນ ລອງ​ແທ່ງ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ເນື້ອ​ໃນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​, ການ​ຕິດ​ຕາມກວດ​ກາ​ຂອງ​ຫາງ​ສຽງຫຼາຍທີ່​ສຸດນັບ​ແຕ່​ເມື​່ອ​ສ້າງ​ໂຄງ​ການ ແລະ ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ເປັນ​ຄັ້ງ​ທຳ​ອ​ິດ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອທີ 8. ​ໂດຍເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ແຕ່ວ່າ​ໃນ​ມະ​ຕິ, ສະ​ພາ​ແຫ່ງ​ຊາດ​ຮ​ຽກ​ຮ້ອງ​ການກໍ່​ສ້າງ​ໂຄງ​ການ​ສະ​ໜາມ​ບິນ​ສາ​ກົນ​ລອງ​ແທ່ງ ຕ້ອງ​ມີ​ວິ​ທີ​ການ​ລະ​ອຽດ ແລະ ການ​ຊີ້​ນຳ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຖອນ​ທີ່​ດິນ, ​ການ​ຊົດ​ເຊ​ີຍ, ໜູນ​ຊ່ວຍ, ຕັ້ງ​ຖິ່ນ​ຖານ​ໂຄງ​ທີ່​ຄືນ​ໃໝ່, ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​​ຖືກ​ຖອນ​ທີ່​ດິ​ນ. ລັດ​ຖະ​ບານ​ຕ້ອງ​ມີ​ແຜນ​ການ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ບັນ​ດາ​ໂຄງ​ການ​ສຳ​ຮອງ​ຮັບ​ໃຊ້​​ການປະ​ຕິ​ບັດ​ໂຄງ​ການ, ພັດ​ທະ​ນາ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຢ່າງ​ຄົບ​ຊຸດ​ເຊື່ອມ​ຕໍ່​ກັບ​ສະ​ໜາ​ມ​ບິນ​ສາ​ກົນ ລອງ​ແທ່ງ. ສະ​ພາ​ແຫ່ງ​ຊາດກໍ່​ຮຽກ​ຮ້ອງ​​​​ວ່າເມື່ອຜັນ​ຂະ​ຫຍາຍ​ໂຄງ​ການ​ຕ້ອງ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ, ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ - ສັງ​ຄົມ, ມີ​ການ​ຕີ​ລາ​ຄາ​ຜົນ​ສະ​ທ້ອນ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ມາດ​ຕະ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ​ຕ້ອງ​ຄິດ​ໄລ່​ເຖິງແຫຼ່ງ​ເງິນ​ລົງ​ທຶນ​ໃຫ້​ສົມ​ສວນ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ, ບໍ່​ໄດ້​ກໍ່​ຜົນ​ສະ​ທ້ອນ​ຊົ່ວ​ຮ້າຍ​ເຖິງ​ໜີ້​ສາ​ທາ​ລະ​ນະ.

        ກໍ່​ໃນ​ຕອ​ນ​ເຊົ້າ​ວັນ​ທີ 25/6, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ​ສິ່ງ​ແວດ​ລ້ອມ, ທະ​ເລ ແລ​ະ ໝູ່​ເກາະ ແລະ ກົດໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ແຫ່ງ​ລັດ (ສະ​ບັ​ບ​ປັງ​ປຸງ).


ຂ່າວ/ບົດ​ອື່ນ