ສະພາແຫ່ງຊາດເກຼັກຍອມຮັບໂຄງການຮັດເຂັມຄັດ

ສະພາແຫ່ງຊາດເກຼັກຍອມຮັບໂຄງການຮັດເຂັມຄັດ - ảnh 1
(ພາບປະກອບ: REUTES)

​​(vovworld) - ຮຸ່ງ​ເຊົ້າ​ວັນ​ທີ 16/07, ສະພາ​​ແຫ່ງ​ຊາດ​ເກຼັກ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ບັນດາ​ມາດ​ຕະການ​ປະຕິ​ຮູບທີ່​ເຄັ່ງ​ຄັດ ຕາມ​ຄຳ​ຮຽກຮ້ອງ​ຂອງ​ບັນດາ​ເ​ຈົ້າ​ໜີ້​ເອີ​ລົບ ​ເພື່ອ​ແລກ​ເອົາ​ບ້ວງ​ເງິນ​ກູ້​ຊ່ວ​ຍ​ໃໝ່ທີ່​ມີ​ມູນ​ຄ່າ 94 ຕຶ້ USD. ຮ່າງ​ກົດໝາຍ​ໄດ້​ຮັບ​ການ​ຮັບຮອງ​ເອົາພາຍຫຼັງ​ການ​ເຈລະຈາຢ່າງ​ເຄັ່ງຕຶງ​ຢູ່​ສະພາ​ແຫ່ງ​ຊາດ ດ້ວຍ​ບັດ​ສະໜັບ​ສະ​ໜູນ 229 ບັດ, ບັດ​ຄ້ານ 64 ບັດ ​ແລະ ບັດ​ຂາວ 6 ບັດ. ພັກ Syriza ກຳ​ອຳນາດ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ດັ່ງກ່າວ​ຍ້ອນ​ການ​ສະໜັບສະໜູນຂອງ​ບັນດາ​​ພັກຝ່າຍຄ້ານ ທີ່​ມີ​ທັດສະນະ​ສະໜັບສະໜູນ​ເອີ​ລົບ. ​ແຕ່ວ່າ, ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ 38 ຄົນສັງ​ກັດພັກ Syriza ​ໄດ້ປ່ອນ​ບັດ​ຂາວ ຫຼື ບັດ​ຄ້ານ. ​ດັ່ງກ່າວ​ຊີ້​ໃຫ້​ເຫັນ​ການ​ແບ່ງ​ແຍກ​ໃນ​ພັກ​ກຳ​ອຳນາດ ສຳລັບ​ການ​ປະຕິບັດ​ບັນດາ​ມາດ​ຕະການຮັດ​ເຂັມ​ຄັດ, ​ເຊິ່ງ​ເຄີຍ​ຖືກ​​ຜູ້​ທີ​ສິດ​ເລືອກ​ຕັ້ງ​ເກຼັກ ຄັດຄ້ານ​ໃນ​ການ​ຢັ່ງ​ຫາງ​ສຽງ​ກ່ອນ​ນັ້ນ.

ຂ່າວ/ບົດ​ອື່ນ