ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະພັດທະນາຊົນນະບົດ
ກາວດຶກຟາດ ຕອບຄຳຊັກຖາມຂອງ ສສຊ
(ພາບ: chinhphu.vn)
|
(vovworld) – ຕອນເຊົ້າວັນທີ 11/6, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດຊຸດທີ 13 ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມບັນດາສະມາຊິກລັດຖະບານທີ່ກອງປະຊຸມສະໄໝສາມັນເທື່ອທີ 9. ຕາມໂຄງການເຮັດວຽກແລ້ວ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ, ການຄ້າ, ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ລັດຖະມົນຕີວ່າການກະຊວງສຶກສາ ແລະ ບຳລຸງສ້າງຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໂດຍກົງ. ພາຍຫຼັງບັນດາລັດຖະມົນຕີຕອບຄຳຊັກຖາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະກ່າວຄຳເຫັນເຮັດແຈ້ງບັນດາບັນຫາກ່ຽວຂ້ອງ ແລະ ຕອບຄຳຊັກຖາມຂອງບັນດາ ສສຊ ໂດຍກົງ.
ເປີດສາກວາລະຊັກຖາມ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານໝາກຜົນແຫ່ງການຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງບັນດາຜູູ້ມີສິດເລືອກຕັ້ງທີ່ຝາກມາໃນກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 13.
ຕອນເຊົ້າວັນທີ 11/6, ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ຕອບຄຳຊັກຖາມຂອງບັນດາ ສສຊ ກ່ຽວກັບບັນຫາຮັບປະກັນສົ້ນອອກໃຫ້ແກ່ຜະລິດຕະພັນກະເສດ, ສິນໃນນ້ຳເປັນປົກກະຕິ ແລະ ໜູນຊ່ວຍຊາວກະສິກອນໃນການຜະລິດ. ມາດຕະການສຳຄັນເພື່ອໜູນຊ່ວຍຊາວກະສິກອນແມ່ນຕ້ອງຈັດຕັ້ງການຜະລິດຄືນໃໝ່, ສ້າງຕັ້ງບັນດາໜ່ວຍງານຜະລິດ, ລະບົບການບໍລິການພະລາທິການ, ລະບົບຜະລິດປຸງແຕ່ງເພື່ອເກັບຊື້ຜະລິດຕະພັນຂອງຊາວກະສິກອນໂດຍກົງ. ກ່ຽວກັບການຮ່ວມສຳພັນໃນການພັດທະນາກະສິກຳ, ທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະພັດທະນາຊົນນະບົດ ກາວດຶກຟາດ, ເນັ້ນໜັກວ່າ:
“ໃນການຮ່ວມສຳພັນກະສິກຳ, ວິສາຫະກິດຕ້ອງສວມບົດບາດຕົ້ນຕໍ. ດ້ານອື່ນອີກແມ່ນຕ້ອງມີການຮ່ວມມື ແລະ ສະຫະກອນເພື່ອເປັນຄົນກາງລະຫວ່າງວິສາຫະກິດ ແລະ ຊາວກະສິກອນ. ປັດໄຈທີ 3 ແມ່ນມີຄວາມສຳຄັນທີ່ສຸດນັ້ນແມ່ນຄວາມເອົາໃຈໃສ່, ຊີ້ນຳຢ່າງໃກ້ຊິດຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ. ທ້ອງຖິ່ນຕ້ອງສ້າງຕັ້ງຄະນະຊີ້ນຳ.”
ແລະກໍ່ໃນຕອນເຊົ້າວັນທີ 11/6, ທ່ານລັດຖະມົນຕີວ່າການກະຊວງການເງິນ ດິງຕ໋ຽນຢູ້ງ ເຂົ້າຮ່ວມການອະພິປາຍຕື່ມອີກບັນດາບັນຫາກ່ຽວຂ້ອງເຖິງຂະແໜງກະສິກຳ.