ສະພາແຫ່ງຊາດ ຢູແກຼນອະນຸມັດຜ່ານບັນຊີລາຍຊື່ລັດຖະບານໃໝ່
ສະພາແຫ່ງຊາດ ຢູແກຼນອະນຸມັດຜ່ານບັນຊີລາຍຊື່ລັດຖະບານໃໝ່
(ພາບ: EPA)
(vovworld) – ວັນທີ 02/12, ສະພາແຫ່ງຊາດຢູແກຼນ ໄດ້ອະນຸມັດຜ່ານຄະນະລັດຖະບານໃໝ່ ໂດຍທ່ານ A.Yasenyuk ເປັນນາຍົກລັດຖະມົນຕີ. ໃນລັດຖະບານໃໝ່ ມີຊາວຕ່າງປະເທດ 3 ຄົນທີ່ຫາກໍ່ຮັບສັນຊາດຢູແກຼນ.
ລັດຖະບານໃໝ່ໄດ້ຮັບການອະນຸມັດຜ່ານລວມມີຮອງນາຍົກລັດຖະມົນຕີ 3 ທ່ານ ແລະ ລັດຖະມົນຕີວ່າການ 18 ທ່ານ, ໃນນັ້ນມີລັດຖະມົນຕີຮັບຜິດຊອບຄະນະລັດຖະບານ. ບັນດາບຸກຄົນຊາວຕ່າງປະເທດດຳລົງຕຳແໜ່ງໃນລັດຖະບານຂອງຢູແກຼນແມ່ນ, ລັດຖະມົນຕີກະຊວງສາທາລະນະສຸກ, ລັດຖະມົນຕີກະຊວງການຄ້າ ແລະ ພັດທະນາເສດຖະກິດ ແລະ ລັດຖະມົນຕີກະຊວງການເງິນ. ທັງ 3 ທ່ານນີ້ໂດຍກຸ່ມ Poroshenko ຂອງທ່ານປະທານາທິບໍດີ Petr Poroshenko ສະເໜີ. ກ່ອນດຳເນີນກອງປະຊຸມສະພາແຫ່ງຊາດ, ທ່ານປະທານາທິບໍດີ Poroshenko ໄດ້ລົງນາມລັດຖະດຳລັດຮັບຮອງເອົາພົນລະເມືອງຖືກສັນຊາດຢູແກຼນ ໃຫ້ຊາວຕ່າງປະເທດ 3 ຄົນດັ່ງກ່າວ.