ສະມັດຊາລັດຖະສະພາອາຊີ (APA) ອອກຖະແຫຼງການຮ່ວມພະນົມເປັນ

ສະມັດຊາລັດຖະສະພາອາຊີ (APA) ອອກຖະແຫຼງການຮ່ວມພະນົມເປັນ - ảnh 1
(ພາບ​ປະ​ກອບ)

(vovworld) - ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 4 ວັນ, ວັນ​ທີ 11/12, ຢູ່​ພະນົມ​ເປັນ, ປະ​ເທດກຳປູ​ເຈຍ, ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 8 ສະມັດຊາ​ລັດຖະສະພາ​ອາຊີ (APA 8) ​ໄດ້​ສິ້ນ​ສຸດ​ລົງ, ດ້ວຍ​ເລື່ອງ​ອອກ​ຖະ​ແຫຼ​ງການ​ຮ່ວມ​ພະນົມ​ເປັນ, ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ສັນ​ຕິ​ພາບ, ການ​ໄກ່​ເກ່ຍປອງ​ດອງ​ ​ແລະ ການ​ເຈລະຈາ​ຢູ່​ອາຊີ, ປະກອບສ່ວນ​ກໍ່ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ​ຍາວ​ນານ ​ແລະ ການພັດທະນາ​ຢູ່​ອາຊີ. ຖະ​ແຫຼ​ງການ​ເນັ້ນ​ໜັກວ່າການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ການ​ກໍ່​ການ​ຮ້າຍ​ແມ່ນ​ບໍ່​ອາດ​ຄົງ​ຕົວ​ໄດ້​ ບໍ່​ວ່າ​ໃນ​ພື້ນຖານ​ວັດທະນະທຳ, ສາສະໜາ ຫຼື​ ຊົນ​ຊາດ​​ໃດ ​ແລະ ບໍ່​ອາດ​ອະ​ໄພ​​ໄດ້. ຖະ​ແຫຼ​ງການ​ກໍ່​ຄັດຄ້ານ​ເລື່ອງ​ນຳ​ໃຊ້​ກຳລັງ​ອາວຸດ, ສົງຄາມ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ​ແລະ ການ​ຂັດ​ແຍ້​ງກັນ​ໃນ​ການ​ພົວພັນ​ກັບ​ສາກົນ. ຖະ​ແຫຼ​ງການ​​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ; ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມທີ່​ທັນ​ສະ​ໄໝ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ສັງຄົມ. ຖະ​ແຫຼ​ງການ​ຢືນຢັນ​ວ່າ ການ​ເຄົາລົບ​ບັນດາ​ຫຼັກການ​ຂອງ​ກົດໝາຍສາກົນ​ສະ​ແດງ​ໃຫ້​ເຫັນ​ໃນ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ສົນທິສັນຍາ​ອື່ນໆ ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ໃນ​ໂລກ.

ກ່າວ​ຄວາມ​ເຫັນ​ທີ່​ວາລະ​ອັດ APA 8, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ເຮັງ​ຊຳຣິນ ຮຽກຮ້ອງ​ບັນດາ​ປະ​ເທດ​ສະມາຊິກ​ ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ພະ​ນົມ​ເປັນ ​ແລະ ບັນດາ​ມະຕິ​ອື່ນໆ ​ເຊິ່ງກອງ​ປະຊຸມ​ໃຫຍ່ ​​ໄດ້້ຮັບຮອງ​​ເອົາ.

ຂ່າວ/ບົດ​ອື່ນ