ກອງປະຊຸມສະມັດຊາໃຫຍ່ສປຊ
ພາບ:internet
|
(vovworld)-ວັນທີ 28/10, 188/193 ປະເທດສະມາຊິກ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິຂອງສະມັດຊາໃຫຍ່ ສປຊ ເພື່ອກ່າວປະນາມຄຳສັ່ງຂວ້ຳບາດ ຊື່ງອາເມລິກາ ຈັດວາງຕ້ານ ກູບາ ໃນຕະຫລອດ 5 ທົດສະວັດຜ່ານມາ. ນີ້ແມ່ນຄັ້ງທີ 23 ລຽນຕິດທີ່ປະເທດສະມາຊິກຂອງ ສປຊ ເກືອບທັງໝົດໄດ້ສະແດງການສະຫນັບສະຫນູນຕໍ່ບົດລາຍງານ “ຄວາມຈຳເປັນຕ້ອງຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍ ອາເມລິກາ ຈັດວາງຕ້ານ ກູບາ ໂດຍລັດຖະບານ ກູບາ ຍື່ນສະເຫນີປະຈຳປີ. ໝາກຜົນການປ່ອນບັດໃຫ້ເຫັນວ່າ ມີພຽງແຕ່ອາເມລິກາ ແລະ ອິດສະຣາແອນ ປ່ອນບັດຄັດຄ້ານມະຕິກາປ່ອນບັດມະຕິກ່າວປະນາມຄຳສັ່ງຂວ້ຳບາດ, ໃນຂະນະນັ້ນ ປະເທດ ປາຊີຟີກໃຕ້ຈຳນວນຫນຶ່ງຄື: Palau, Marshall ແລະ Micronesia ໄດ້ປ່ອນບັດຂາວ. ເຖິງຢ່າງໃດກໍຕາມ, ບັນດາມະຕິຂອງ ສະມັດຊາໃຫຍ່ ສປຊ ບໍ່ມີລັກສະນະບັງຄັບດ້ານກົດໝາຍ ຫາກພຽງແຕ່ສະແດງໃຫ້ເຫັນທັດສະນະຂອງບັນດາປະເທດສະມາຊິກ ສປຊ ກ່ຽວກັບບັນດາບັນຫາຮ້ອນເຮັ່ງຂອງສະພາບການສາກົນ ສະນັ້ນ ວໍຊິງຕັນ ຍັງສືບຕໍ່ຮັກສາຄຳສັ່ງລົງໂທດ ລາຮາວານ.