ສະມາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວໃຫ້ຄຳປຶກສາ, ພົວພັນແລກປ່ຽນ

(VOVWORLD) - ວັນທີ 08 ເມສາ, ຢູ່ລອນດອນ ສະມາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 8. ໂຄງປະກອບຂອງຄະນະບໍລິຫານງານຊຸດໃໝ່ລວມມີ ທ່ານປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ລາຊະອານາຈັກ ອັງກິດ ເວືອງແມ້ງຮຸ່ງ ແລະ ຮອງປະທານສະມາຄົມ 4 ທ່ານ.
ສະມາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວໃຫ້ຄຳປຶກສາ, ພົວພັນແລກປ່ຽນ - ảnh 1 ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ເຈີ່ນງອັກອານ (ພາບ: Vietnamplus)

 ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ເຈີ່ນງອັກອານ ໄດ້ຮຽກຮ້ອງປະຊາຄົມຊາວ ຫວຽດນາມ ຢູ່ອັງກິດ ພ້ອມກັນຮ່ວມແຮງຮ່ວມໃຈປະກອບກຳລັງເຫື່ອແຮງສ້າງສະມາຄົມໃຫ້ໝັ້ນຄົງເຂັ້ມແຂງ, ສາມັກຄີ, ຜູກພັນກັນ ແລະ ຊ່ວຍເຫຼືອກັນສ້າງຊີວິດການເປັນຢູ່ໃຫ້ຜາສຸກ ແລະ ຍາດໄດ້ຜົນງານຫລາຍຢ່າງ. ປະຊາຄົມຊາວ ຫວຽດນາມ ສືບຕໍ່ຊ່ວຍເຫຼືອລຸ້ນໜຸ່ມ ຫວຽດນາມ ຢູ່ ອັງກິດ ຕິດພັນກັບວັດທະນະທຳ ແລະ ປະເທດຊາດ ຫວຽດນາມ ໂດຍຜ່ານບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ແລະ ການເປີດບັນດາຊຸດຮຽນພາສາຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ