ສະມາຊິກສະພາສູງ ອາເມລິກາ John McCain
|
(vovworld) – ຕອນບ່າຍວັນທີ 27/5, ໃນການຕ້ອນຮັບສະມາຊິກສະພາສູງ ອາເມລິກາ John McCain ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ຊົມເຊີຍຄະນະສະມາຊິກສະພາແຫ່ງຊາດ ອາເມລິກາ ມາຢ້ຽມຢາມ ຫວຽດນາມ ແລະ ຢັ້ງຢືນການຢ້ຽມຢາມຂອງຄະນະແມ່ນໂອກາດເພື່ອໃຫ້ 2 ຝ່າຍທົບທວນຄືນການພົວພັນຮ່ວມມື, ພັດທະນາ, ພ້ອມທັງເນັ້ນໜັກວ່າຂີດໝາຍທີ່ໜ້າສົ່ງເສີມໃນການພົວພັນຮ່ວມມື, ການຄ້າລະຫວ່າງ 2 ປະເທດແມ່ນມີການປະກອບສ່ວນຕັ້ງໜ້າຂອງສະມາຊິກສະພາແຫ່ງຊາດ 2 ປະເທດ, ໃນນັ້ນມີທ່ານ John McCain. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຫວັງວ່າ: ສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນ ແລະ ອະນຸມັດຜ່ານສັນຍາຄູ່ຮ່ວມມືການຄ້າຂ້າມປາຊີຟິກ (TPP) ໂດຍໄວ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ, ປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຕັ້ງໜ້າເປັນເຈົ້າການເຊື່ອມໂຍງ, ພ້ອມແລ້ວທີ່ເປັນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນໂລກ.
ທ່ານ ສສຊ John McCain ຫວັງວ່າ: ຫວຽດນາມ ແລະ ອາເມລິກາ ພ້ອມກັບບັນດາຝ່າຍເຂົ້າຮ່ວມຈະບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບສັນຍາ TPP ໂດຍໄວ ເພື່ອປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ ແລະ ສຳຄັນກ່ວາແມ່ນນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນແຕ່ລະປະເທດ. ທ່ານ ສສຊ John McCain ແລະ ບັນດາສະມາຊິກໃນຄະນະສະມາຊິກສະພາສູງ ອາເມລິກາ ກໍ່ສະແດງຄວາມວິຕົກວັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ ແລະ ໃຫ້ຄຳໝັ້ນສັນຍາຈະແກ້ໄຂທຸກໆຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ພ້ອມທັງສະເໜີບັນດາຝ່າຍເຄົາລົບກົດໝາຍສາກົນ.