(vovworld) - ສະມາຊິກສະພາແຫ່ງຊາດກັບນະໂຍບາຍ,ກົດໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ປະຊາກອນ - ການພັດທະນາ, ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ແລະ ກອງທຶນພົນລະເມືອງສະຫະປະຊາຊາດປະຈຳຫວຽດນາມ (UNFPA) ສົມທົບກັນຈັດຕັ້ງ ໃນວັນທີ 20/06, ຢູ່ນະຄອນໂຮ່ຈິມິນ. ກອງປະຊຸມສຳມະນາເພື່ອແນໃສ່ສະໜອງຂໍ້ມູນໃຫ້ບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນບັນດາແຂວງ, ນະຄອນເຂດພາກໃຕ້ ທີ່ຫາກໍ່ໄດ້ຮັບເລືອກຕັ້ງໃນການເລືອກຕັ້ງຜ່ານມາ ກ່ຽວກັບສະພາບການ ແລະ ການກຳນົດທິດ, ມາດຕະການແກ້ໄຂ ກະກຽມກ່ຽວກັບນະໂຍບາຍກົດໝາຍໃນບັນດາຂົງເຂດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ປະຊາກອນ - ການພັດທະນາ. ບັນດາຄຳເຫັນທີ່ກອງປະຊຸມສຳມະນາຖືວ່າ, ເພື່ອສ້າງລະບົບກົດໝາຍ, ຄວາມສະເໝີພາບລະຫວ່າງຍິງ-ຊາຍໃຫ້ສົມບູນແບບ ແລ້ວ, ນອກຈາກການປັບປຸງ, ສ້າງສຳເລັດບັນດາຂໍ້ກຳນົດໃນກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລ້ວ, ບັນດາປະມວນກົດໝາຍສະເພາະກໍ່ຕ້ອງໄດ້ຮັບການດັດປັບ, ປັບປຸງເພີ່ມເຕີ່ມເພື່ອຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດ ແລະ ຮອບດ້ານຂອງທັງລະບົບການເມືອງ, ກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ.