ສະມາຊິກສະພາແຫ່ງຊາດໜຸ່ມຫວຽດນາມ ແລະ ສະມາຊິກລັດຖະສະພາໜຸ່ມຍີ່ປຸ່ນ ເພີ່ມທະວີການຮ່ວມມື

ສະມາຊິກສະພາແຫ່ງຊາດໜຸ່ມຫວຽດນາມ ແລະ ສະມາຊິກລັດຖະສະພາໜຸ່ມຍີ່ປຸ່ນ ເພີ່ມທະວີການຮ່ວມມື - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
(ພາບ: TTXVN)


(vovworld) – ​ຕອນ​ບ່າຍ​ວັນ​ທີ 28/08, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ສະມາຊິກ​ລັດຖະສະພາ​​ໜຸ່ມ ພັກ​ປະຊາທິປະ​ໄຕ​ເສລີ​ຍີ່ປຸ່ນ ​ໂດຍ​ທ່ານ Matsumoto Yohe ​ເປັນ​ຫົວໜ້າ​ຄະ​ນະ, ທີ່ມາ​ຢ້ຽມຢາມ ​ແລະ ພົບ​ປະ​ແລກປ່ຽນ​ກັບ​ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ໜຸ່ມ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽນ​ຊິງ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ເນື້ອ​ໃນ​ການ​ເຈລະຈາ​ລະຫວ່າງ 2 ຄະນະ, ຖື​ນີ້​ແມ່ນ​ຮູບ​ແບບ​ຮ່ວມ​ມື​ໃໝ່, ​ເໝາະສົມ, ມີ​ປະສິດທິ​ຜົນ​ສູງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສະມາຊິກ​ສະພາ​ແຫ່ງ​ຊາດ 2 ປະ​ເທດ. ພ້ອມ​ທັງ​ແມ່ນ​ປັດ​ໄຈ​ເພື່ອ​ໃຫ້ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້ຕາງ​ໜ້າ​ບັນດາ​ນັກ​ກາ​ນ​ເມືອງ​ໜຸ່ມ 2 ປະ​ເທດ​ພົບ​ປະ, ທຳ​ຄວາມ​ຊິນ​ເຄີຍ, ຊອກ​ຮູ້ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ; ປະກອບສ່ວນ​ປັບປຸງ, ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ​ເພື່ອ​ສັນຕິພາບ​ແລະ ວັດທະນາ​ຖາວອນ​ຢູ່​ອາຊີ ​ແລະ ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ.

  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາສະມາຊິກ​ສະພາ​ແຫ່ງ​ຊາດໜຸ່ມ 2 ປະ​ເທດ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ,  2 ລັດ ຫວຽດນາມ - ຍີ່ປຸ່ນ. ພ້​​ອມທັງ​ປາດ​ຖະໜາ​ວ່າ ບັນດາສະມາຊິກ​ລັດຖະສະພາ​ໜຸ່ມ ຈະ​ສືບ​ທອດສະມາຊິກລັດຖະ​ສະພາ​​ລຸ້ນກ່ອນໆ, ​ເປັນ​ເພື່ອ​ນທີ່​ໃກ້​ຊິດສະ​ໜິດ​ສະໜົມຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ກວ່າ​ອີກ ​ແນ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ