( ພາບປະກອບ )
(vovworld) – ”ດ້ວຍຈຳນວນເງິນກວ່າ 9.200 ຕຶ້ດົ່ງທີ່ປະຢັດໄດ້ຈາກການອອກແຮງງານຢ່າງມີຫົວຄິດປະດິດສ້າງ ແລະ ບັນດາຫົວເລື່ອງຄົ້ນຄ້ວາວິທະຍາສາດຂອງກຳມະກອນ, ພາລະກອນຜູ້ອອກແຮງງານໃນທົ່ວປະເທດ”. ນັ້ນແມ່ນຜົນງານທີ່ໄດ້ຮັບການຮັບຮູ້ໃນກອງປະຊຸມສະຫຼຸບຂະບວນການແຂ່ງຂັນອອກແຮງງານຢ່າງມີຫົວຄິດປະດິດສ້າງໄລຍະ 2007-2012, ໂດຍສະຫະພັນໃຫຍ່ແຮງງານຫວຽດນາມ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 1/8 ຢູ່ນະຄອນໂຮ່ຈີມິນ. ໃນໄລຍະແຕ່ນີ້ເຖິງປີ 2016, ສະຫະພັນໃຫຍ່ແຮງງານຫວຽດນາມກຳນົດຂະບວນການແຂ່ງຂັນອອກແຮງງານຢ່າງມີຫົວຄິດປະດິດສ້າງແມ່ນມຸ່ງໄປເຖິງຄາດໝາຍຂຸດຄົ້ນບັນດາແຫຼ່ງກຳລັງພາຍໃນປະເທດເພື່ອແນໃສ່ຍົກສູງຄຸນນະພາບຜະລິດຕະພັນ, ການບໍລິການ, ການປະຢັດ, ຫຼຸດຜ່ອນລາຄາຜະລິດຕະພັນ, ຮັກສາເຄື່ອງໝາຍການຄ້າຫວຽດນາມ, ພ້ອມທັງສຸມໃສ່ພັດທະນາບາງຂະແໜງວິທະຍາສາດ - ເຕັກໂນໂລຢີທີ່ເປັນປ່າຍແຫຼມຂອງປະເທດຊາດ. ທ່ານ Mai Duc Chinh, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ເວົ້າວ່າ:
”ໝາກຜົນຈາກຂະບວນການອອກແຮງງານຢ່າງມີຫົວຄິດປະດິດສ້າງໃນ 5 ປີ ຜ່ານມາ ໄດ້ເປັນການຢັ້ງຢືນໃຫ້ເຫັນວ່າ ໃນສະພາບຄວາມຫຍຸ້ງຍາກ, ການທ້າທາຍ, ຍາມໃດກໍ່ປະກົດມີບັນດາຫົວຄິດປະດິດສ້າງ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ເຮັດໃຫ້ຂະບວນການອອກແຮງງານທີ່ມີຫົວຄິດປະດິດສ້າງມີຊີວິດຊີວາຍິ່ງຂຶ້ນ. ຂະບວນການເພື່ອແນໃສ່ປະຕິບັດແຜນນະໂຍບາຍຂອງພັກ, ລັດ ນຳວິທະຍາສາດເຕັກໂນໂລຢີກາຍເປັນລັດຖະນະໂຍບາຍອັນດັບໜຶ່ງໃນພາລະກິດຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ”