ສະຫລຸບ30ປີແຫ່ງການປ່ຽນໃໝ່“ພັດທະນາເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ”
ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ
(ພາບປະກອບ)
(vovworld) – ວັນທີ 3/7, ຢູ່ສຳນັກງານສະຖາບັນດິດວິທະຍາສາດ ສັງຄົມ ຫວຽດນາມ, ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ສະມາຊິກຄະນະຊີ້ນຳການສະຫລຸບ “ບາງບັນດາທິດສະດີ - ພຶດຕິກຳຕົວຈິງຜ່ານ 30 ປີແຫ່ງການປ່ຽນໃໝ່ (1986 – 2016)”, ໄດ້ເປັນປະທານກອງປະຊຸມແລກປ່ຽນກ່ຽວກັບໝາກຜົນການຄົ້ນຄ້ວາສະຫລຸບ “ການພັດທະນາເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ”. ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງວິວັດທະນາການຜັນຂະຫຍາຍການຄົ້ນຄ້ວາສັງລວມ, ສ້າງບົດລາຍງານແມ່ນໄດ້ລວບລວມ, ສ່ອງແສງໝາກຜົນການຄົ້ນຄ້ວາ, ການສະຫລຸບຂອງບັນດາອົງການ, ຫົວໜ່ວຍ, ທ້ອງຖີ່ນເຂົ້າຮ່ວມການສະຫລຸບຢ່າງຖືກຕ້ອງ, ຊີ້ແຈ້ງບັນດາບັນຫາທີ່ໄດ້ຮັບຄວາມເຫັນດີເປັນເອກະພາບສູງ, ບັນດາບັນຫາທ່ີຍັງມີຄວາມເຫັນແຕກຕ່າງກັນ, ບັນດາບັນຫາເກີດໃໝ່ຄວນສືບຕໍ່ຄົ້ນຄ້ວາຊີ້ແຈ້ງ.
ກ່ຽວກັບບັນດາຂໍ້ສະເໜີຕ້ອງໄດ້ຮັບການແລກປ່ຽນ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຄວນຢືນຢັນ ແລະ ເຮັດແຈ້ງກ່ວາອີກ: ຮູບແບບເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ ກໍ່ຄືບົດບາດຕົ້ນຕໍຂອງເສດຖະກິດແຫ່ງລັດ, ຢືນຢັນເສດຖະກິດພາກເອກະຊົນແມ່ນກຳລັງໜູນພັດທະນາສຳຄັນຂອງພື້ນຖານເສດຖະກິດ, ປະຕິບັດການຈັດແບ່ງແລະ ນຳໃຊ້ແຫຼ່ງກຳລັງຕາມກົນໄກການຕະຫຼາດໂດຍມີການຄຸ້ມຄອງຂອງລັດ.