ສະຫະປະຊາຊາດຮຽກຮ້ອງສະໜັບສະໜູນບັນດາແຜນການປະຕິຮູບຂອງນາຍົກລັດຖະມົນຕີອີຣັກ

ສະຫະປະຊາຊາດຮຽກຮ້ອງສະໜັບສະໜູນບັນດາແຜນການປະຕິຮູບຂອງນາຍົກລັດຖະມົນຕີອີຣັກ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon
(ພາບ: AFP/TTXVN)


(vovworld) – ວັນ​ທີ 27/03, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ການ​ເມືອງ​ອີ​ຣັກ ສະ​ໜັບ​ສະ​ໜູນ​ບັນ​ດາ​ແຜນ​ການ​ປະ​ຕິ​ຮູບ​ເຊິ່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Haider al Abadi ຍົກ​ອອກ​ມາ, ພ້ອມ​ທັງ​ເນັ້ນ​ໜັກ​ຢ່າງ​​ແຂງແຮງວ່າ ​ຕ້ອງ​ດຳ​ເນີນ​ການ​ໄກ່​ເກ່ຍ​ປ່ອງດອງ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ສະ​ພາ​ແຫ່ງ​ຊາດ​ອີ​ຣັກ, ເນື່ອງ​ໃນ​ໂອກາດ​ການ​ຢ້ຽມ​ຢາມ​ປະ​ເທດນີ້ເປັນຄັ້ງ​ທີ 8​, ທ່ານ Ban Ki moon ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ການ​ເມືອງ​ຢູ່​ອີ​ຣັກ ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ເປັນ​ເ​ອ​ກະ​ພາບ​ກັນ​ກ່ຽວ​ກັບວິ​ໄສ​ທັດ​ຮ່ວມ ເພື່ອ​ແນ​ໃສ່​ຊູກ​ຍູ້​ການ​ໄກ່​ເກ່ຍ​ປ່ອງດອງ​ຊາດ​ຢູ່​ອີ​ຣັກ ຄືນ​ໃໝ່ ແລະ ປະ​ຕິ​ຮູບ​ເສດ​ຖະ​ກິດ​ສັງ​ຄົມ. ວິ​ໄສ​ທັດ​ຄື​ແນວນັ້ນ​ຈະ​ລວມ​ທັງ​ກົດ​ໝາຍ​ກ່ຽວ​ກັບ​ຄວາມ​ຍຸ​ຕ​ິ​ທຳ ແລະ ອະ​ພິ​ປາຍ, ກົດ​ໝາຍ​ກ່ຽວ​ກັບ​ການອະ​ໄພ​ຍາ​ໂທດ ແລະ ການ​ສ້າງ​ຕັ້ງ​ກຳ​ລັງ​ຕະ​ຫຼວດ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ