ສະຫະປະຊາຊາດໜູນຊ່ວຍ 20 ລ້ານ USD ຢ່າງຮີບດ່ວນໃຫ້ແກ່ການໜູນຊ່ວຍມະນຸດສະທຳຢູ່ ຢູແກຼນ, ຮຽກຮ້ອງບັນດາຝ່າຍປົກປ້ອງປະຊາຊົນ

(VOVWORLD) -ສະຫະປະຊາຊາດຈະໜູນຊ່ວຍຈົນສຸດຄວາມສາມາດໃຫ້ແກ່ປະຊາຊົນຜູ້ຕ້ອງການຄວາມຊ່ວຍເຫຼືອ ແລະ ເນັ້ນໜັກວ່າເລື່ອງປົກປ້ອງປະຊາຊົນຕ້ອງແມ່ນເປົ້າໝາຍບຸລິມະສິດແຖວໜ້າໃນສະພາບການປະຈຸບັນ.
ສະຫະປະຊາຊາດໜູນຊ່ວຍ 20 ລ້ານ USD ຢ່າງຮີບດ່ວນໃຫ້ແກ່ການໜູນຊ່ວຍມະນຸດສະທຳຢູ່ ຢູແກຼນ, ຮຽກຮ້ອງບັນດາຝ່າຍປົກປ້ອງປະຊາຊົນ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 24 ກຸມພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຖະແຫຼງຫັກເງິນ 20 ລ້ານ USD ຈາກກອງທຶນໜູນຊ່ວຍສຸກເສີນຂອງສະຫະປະຊາຊາດ ເພື່ອໜູນຊ່ວຍ ຢູແກຼນ. ທ່ານ Antonio Guterres ກໍ່ຮຽກຮ້ອງໃຫ້ ລັດເຊຍ ຫຼີກລ້ຽງການລະເມີດຫຼັກການຂອງກົດບັດສະຫະປະຊາຊາດ. ທ່ານ ຢືນຢັນວ່າ, ສະຫະປະຊາຊາດຈະໜູນຊ່ວຍຈົນສຸດຄວາມສາມາດໃຫ້ແກ່ປະຊາຊົນຜູ້ຕ້ອງການຄວາມຊ່ວຍເຫຼືອ ແລະ ເນັ້ນໜັກວ່າເລື່ອງປົກປ້ອງປະຊາຊົນຕ້ອງແມ່ນເປົ້າໝາຍບຸລິມະສິດແຖວໜ້າໃນສະພາບການປະຈຸບັນ.

ໃນວັນດຽວກັນ, ທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດ Abdulla Shahid ກໍ່ອອກແຈ້ງການຖະແຫຼງກົດບັດສະຫະປະຊາຊາດ ອີງໃສ່ບັນດາຫຼັກການສະເໝີພາບກ່ຽວກັບອະທິປະໄຕ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະຫະປະຊາຊາດແກ້ໄຂການຂັດແຍ້ງກັນ, ປະທະກັນຜ່ານບັນດາມາດຕະການໂດຍສັນຕິວີທີ.

ສ່ວນຂ້າຫຼວງໃຫຍ່ສະຫະປະຊາຊາດຮັບຜິດຊອບກ່ຽວກັບຊາວອົບພະຍົບ, ທ່ານ Filippo Grandi ກໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ກ່ຽວກັບສະພາບການໃນປະຈຸບັນ, ຮຽກຮ້ອງໃຫ້ບັນດາປະເທດຢູ່ພາກພື້ນຈົ່ງຊ່ວຍເຫຼືອປະຊາຊົນຜູ້ຕ້ອງການ ຫຼົບໄພທີ່ປອດໄພຊົ່ວຄາວ.

ຕອບກັບ

ຂ່າວ/ບົດ​ອື່ນ