(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 26 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22/12/2015), ໃນຕອນຄໍ່າວັນທີ 22/12, ຢູ່ນະຄອນຫຼວງມົດສະກູ, ໄດ້ຈັດງານພົບປະທີ່ອົບອຸ່ນ ແລະ ມີຄວາມສະໜິດຕິດພັນລະຫວ່າງບັນດາລູກຫຼານທີ່ຫ່າງໄກຈາກບ້ານເກີດເມືອງນອນ. ເປີດສາກພິທີ, ພັນເອກ ຫງວຽນເວີນຫາຍ, ທີ່ປຶກສາດ້ານປ້ອງກັນຊາດຫວຽດນາມ ປະຈຳລັດເຊຍ ຢືນຢັນວ່າ “ບັນດາບົດຮຽນໃນວິວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໄດ້ຊີ້ໃຫ້ເຫັນວ່າ, ບໍ່ວ່າໄຊຊະນະໃດ ແລະ ຜົນສຳເລັດໃດກໍ່ລ້ວນແຕ່ມີການສະໜັບສະໜູນ ແລະ ເຂົ້າຮ່ວມຂອງທົ່ວປວງຊົນທັງຊາດ”. ນີ້ກໍແມ່ນຄວາມໝາຍສຳຄັນຂອງວັນບຸນທົ່ວປວງຊົນປ້ອງກັນຊາດ ວັນທີ 22/12. ໃນສະພາບປະຈຸບັນ, ພັກ ແລະ ລັດ ຫວຽດນາມ ຍັງມີແຜນນະໂຍບາຍສືບຕໍ່ຫັນກອງທັບເປັນທັນສະໄໝ ແລະ ເອົາໃຈໃສ່ເຖິງການເປີດກວ້າງການຮ່ວມມື, ຍາດແຍ່ງເອົາການສະໜັບສະໜູນຈາກເພື່ອມມິດສາກົນ. ຕາມແຜນນະໂຍບາຍນັ້ນ, ລັດເຊຍ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ແລະ ໄດ້ຮັບການເພີ່ມທະວີການພົວພັນຮ່ວມມືຫັນເຕັກນິກການທະຫານ, ອາວຸດ, ເຄື່ອງອຸປະກອນເປັນທັນສະໄໝ ແລະ ບຳລຸງສ້າງພະນັກງານກະຊວງປ້ອງກັນປະເທດໃຫ້ຫວຽດນາມ ຢ່າງບໍ່ຢຸດຢັ້ງ.