ສະເຫຼີມສະຫຼອງ 25 ປີແຫ່ງການຮ່ວມມືອາຊຽນ -ອິນເດຍ

(VOVWORLD) -ຕອນຄ່ຳວັນທີ 02 ພະຈິກ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ແລະ ຄະນະຜູ້ຕາງໜ້າອິນເດຍ ປະຈຳອາຊຽນ ໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ - ອິນເດຍ ແລະ 50 ປີແຫ່ງວັນສ້າງຕັ້ງອາຊຽນ.

ສະເຫຼີມສະຫຼອງ 25 ປີແຫ່ງການຮ່ວມມືອາຊຽນ -ອິນເດຍ - ảnh 1 ທ່ານເອກອັກຄະລັດຖະທູດ ຫງວຽນແຮ່ງນຳ

(ພາບ: Vietnam+)

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນແຮ່ງນຳ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ, ປະເທດປະສານງານການພົວພັນຄູ່ຮ່ວມມືອາຊຽນ - ອິນເດຍ, ໄດ້ຂອບໃຈ ແລະ ຕີລາຄາສູງເລື່ອງອິນເດຍ ໄດ້ສະໜັບສະໜູນ, ໜູນຊ່ວຍອາຊຽນ ໃນວິວັດການສ້າງຕັ້ງປະຊາຄົມ, ໃນການຜັນຂະຫຍາຍບັນດາຄຳໝັ້ນສັນຍາຮ່ວມມືໃນທຸກເສົາຄ້ຳ ແລະ ບັນດາໂຄງການອື່ນໆ ກໍ່ຄືການໜູນຊ່ວຍຢ່າງແຮງຂອງອິນເດຍ ສຳລັບອາຊຽນ ໃນວິວັດການພັດທະນາລວມ. ທ່ານເອກອັກຄະລັດຖະທູດ ຫງວຽນແຮ່ງນຳ ເຊື່ອໝັ້ນວ່າ, ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນເຈລະຈາອາຊຽນ - ອິນເດຍ ຖືກຈັດຕັ້ງຢູ່ New Delhi ໃນເດືອນ ມັງກອນ 2018, ຈະຍົກອອກບັນດາຂໍ້ຕົກລົງສຳຄັນ ເພື່ອແນໃສ່ສືບຕໍ່ສ້າງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອິນເດຍຢ່າງແຮງ, ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.

        ສ່ວນທ່ານເອກອັກຄະລັດຖະທູດອິນເດຍ ປະຈຳອາຊຽນ Kreddy ເນັ້ນໜັກວ່າ, ສຳລັບອິນເດຍ, ອາຊຽນ ແມ່ນຄູ່ຮ່ວມມືສຳຄັນ, ພວກເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ການທົດຊອບຫຼາຍຢ່າງໃນໄລຍະ 25 ປີຜ່ານມາ ແລະ ບັນລຸໄດ້ບັນດາຜົນງານ, ປະສິດທິຜົນອັນໃຫຍ່ຫຼວງຈາກການຮ່ວມມືດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ