ສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການ ພົວພັນທາງການທູດ ຫວຽດນາມ ອີຣານ

ສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການ ພົວພັນທາງການທູດ ຫວຽດນາມ  ອີຣານ - ảnh 1
ພິທີສະ​ເຫຼີ​ມສະຫຼອງ 35 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​
ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ  ອີ​ຣານ
(ພາບ: chinhphu.vn)


(vovworld) – ດ້ວຍ​ວັດທະນະທຳ, ນ້ຳ​ໃຈຮັກຫອມ​ສັນຕິພາບທີ່​ຄ້າຍຄື​ກັນ, ​ສອງ​ປະ​ເທດ ອີຣານ ​ແລະ ຫວຽດນາມ ​ໄດ້ແບ່ງປັນ​ບົດຮຽນ  ​ແລະ ຜົນ​ປະ​ໂຫຍ​ດ​ໃນ​ບັນດາ​ບັນຫາ​ສາກົນນຳ​ກັນ, ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ 40 ປີຜ່ານມາ, ຍາມ​​ໃດສອງ​ປະ​ເທດ​ກໍ່​ຮ່ວມ​ມື​ກັນ​ຢ່າງ​ຈົບງາມ. ສາຍ​ພົວພັນ​ອັນ​ດີງາມ​ນີ້​ຈະ​ສືບ​ຕໍ່​ມຸ່ງ​ໄປ​ເຖິງ​ຈຸດປະສົງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ​ອິດສະ​ລາມ​ອີຣານ Hossein Alvandi Behineh ​ໄດ້​ເນັ້ນ​ໜັກ​ຄື​ດັ່ງກ່າວ​​ໃນ​ພິທີສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ  ອີ​ຣານ, ​ເຊິ່ງຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ຕອນ​ເຊົ້າ​ວັນ​ທີ 14/8. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ​ອິດສະ​ລາມ​ອີຣານ Hossein Alvandi Behineh, ຊີ້​ແຈ້ງວ່າ:

ລັດຖະບານ​ໃໝ່​ຂອງ​ອີຣານປາຖະໜາ​ຢາກ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ສອງ​ປະ​ເທດ. ສະຖານທູດ​ອີຣານປະຈຳ​ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຈຸດໝາຍ​ນີ້. ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ນັ້ນ​ແມ່ນ ຈັດ​ຕັ້ງ​ບັນດາ​ລາຍການ​ວັດທະນະທຳ, ງານ​ພົບ​ປະ​ແລກປ່ຽນ​ສະ​ແດງ​ສິລະ​ປະ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ຊ່ວຍ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ອີຣານມີ​ທີ່​ຕັ້ງ​ບົດບາດ​ສຳຄັນ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ຫວຽດນາມ ກໍ່​ມີ​ບົດບາດ​ສຳຄັນ​ໃນ​ປະຊາ​ຄົມ​ອາ​ຊຽນ. ດັ່ງ​ນັ້ນ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຂື່ອນ​ຂອງ​ຫວຽດນາມ ​ແລະ ອີຣານ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ພາກ​ພື້ນ

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ຫວູຊວນ​ຮົ່ງ ​ໄດ້​ມອບ​ຫຼຽນ​ການ​ລະ​ລຶກ ​ເພື່ອ​ສັນຕິພາບ ມິດຕະພາບ​ລະຫວ່າງ​ປະຊາ​ຊາດ ​ໃຫ້​ແກ່​ທ່ານທ່ານ​ເອກ​ອັກຄະ​ລັດຖະທູດ​​ອີຣານ Hossein Alvandi Behineh.
ຂ່າວ/ບົດ​ອື່ນ